ກອງປະຊຸມADMM+ປຶກສາຫາລືມາດຕະການຮັບມືກັບສະພາບຄວາມປອດໄພໃນພາກພື້ນແລະທົ່ວໂລກ

ກອງປະຊຸມADMM+ປຶກສາຫາລືມາດຕະການຮັບມືກັບສະພາບຄວາມປອດໄພໃນພາກພື້ນແລະທົ່ວໂລກ - ảnh 1
(ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​
ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+)

(vovworld) –​​​ ​ ​ຕອນ​ເຊົ້າ​ວັນ​ທີ 4/11, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ 18 ທ່ານ​ຂອງ 10 ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ນິວຊີ​ແລນ, ອົດສຕາ​ລີ, ອິນ​ເດຍ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ (ADMM+). ນີ້​ແມ່ນ​ການ​ໂຮມ​ປະຊຸມ​ຄັ້ງ​ທີ 3 ຂອງ​ກົນ​ໄກ​ຮ່ວມ​ມື​ນີ້. ທ່ານ ຫງວຽນ​ວັນ​ຮ໋ຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ADMM+, ທ່ານ Hishamuddin Tun Husein ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ບັນດາ​ປະ​ເທດ​ຮ່ວມ​ມື​ໃນ​ກົນ​ໄກ​ຮ່ວມ​ມື ADMM+ ​ແລະ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ແຈ້ງ​ບົດບາດ ​ແລະ ຄວາມ​ໝາຍ​ຂອງ​ກົນ​ໄກຮ່ວມ​ມື ADMM+ ​ໃນ​ການ​ຮັກສາ​ສັນຕິພາບ​ເປັນ​ປົກກະຕິ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ. ນັບ​ແຕ່​​ເມື່ອ​ສ້າງ​ຕັ້ງ​ໃນ​ປີ 2010 ຢູ່ ຮ່າ​ໂນ້ຍ, ກົນ​ໄກ​ຮ່ວມ​ມື​ນີ້​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມວິຕົກ​ກັງ​ວົນ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ສະພາບ​ການພວມ​ຜັນ​ແປຢ່າງ​ສັບສົນ​ຄື​ປະຈຸ​ບັນ, ບັນດາ​ການ​ນຳ​ປ້ອງ​ກັນຊາ​ດຕ້ອງ​ມີ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າ​ງ​​ເຂັ້ມ​ແຂງ​ກ່ວາ ສະ​ແດງ​ບົດບາດນຳ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ການ​ກະທຳ​ຮັບປະກັນ​ຄວາມ​ປອດ​ໄພ ບໍ່​ພຽງ​ແຕ່​​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ເທົ່າ​ນັ້ນ”.

        ພາຍ​ຫລັງ​ພິທີ​ໄຂ, ບັນດາ​ລັດຖະມົນຕີ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປິດ​ລັບ​ ດ້ວຍ​ເນື້​ອ​ໃນ​ປຶກສາ​ຫາລື​ສຸມ​ໃສ່​​ເຂົ້າ​ໃນ​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ບັນດາ​ບັນຫາ​ຮ້ອນ​​ເຮັ່ງຂອງ​ ພາກ​ພື້ນ ​ແລະ ​ໂລກຄື ຄວາມ​ໝັ້ນຄົງປອດ​ໄພ​​ໃນການເດີນທະ​ເລ, ທາງ​ອາກາດ, ຕ້ານ​ການ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

 

 

ຂ່າວ/ບົດ​ອື່ນ