ກອງປະຊຸມCOP-20:ບັນດານັກເຈລະຈາສືບຕໍ່ມີຄວາມບໍ່ລົງລອຍກັນກ່ຽວກັບຫຼາຍບັນຫາ

ກອງປະຊຸມCOP-20:ບັນດານັກເຈລະຈາສືບຕໍ່ມີຄວາມບໍ່ລົງລອຍກັນກ່ຽວກັບຫຼາຍບັນຫາ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
(ພາ​ບ: vtv.vn)

(vovworld) – ​ ​​ກອງ​ປະ​ຊຸມ​ຄັ້ງ​ທີ 20 ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP -20) ພວມ​ດຳ​ເນີນ​ໄປ​ຢູ່ ເປ​ຣູ ອາດ​ຈະ​ແກ່​ຍາວ​ກ່​ວາ​ເວ​ລາ​ກຳ​ນົດ ເມື່ອ​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ສຸດ​ທ້າຍ, ບັນ​ດາ​ນັກ​ເຈ​ລະ​ຈາ​ທີ່ມ​າ​ຈາກ 196 ປະ​ເທດ​ຍັງ​ບໍ່​ທັນ​ຊອກ​ຫາ​ຄວາມ ເຫັນ​ດີ​ເຫັນ​ພ້ອມໃນ​ບາງ​ບັນ​ຫາ​ສຳ​ຄັນ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ສັນ​ຍາ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ. ຕ​ອນ​ຄ່ຳ​ວັນ​ທີ 12/12, ຜູ້​ຕາງ​ໜ້າ​ປະ​ເທດ​ເຈົ້າ​ພາບ ເປ​ຣູ ຮຽກ​ຮ້ອງ​ໃຫ້​ບັນ​ດ​າ​ນັກ​ເຈ​ລະ​ຈາ​ຮຽ​ບ​ຮຽງ​ເອ​ກະ​ສານ​ສະ​ເໜີ​ບັນ​ດາ​ທັດ​ສະ​ນະ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ 4 ບັນ​ຫາຫຼັກ​ແຫຼ່ງ​ເຊິ່ງ​ລວມ​ມີ: ຂອ​ບ​ຂະ​ໜາດ​ຂອງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ນັກ​ເຈ​ລະ​ຈາ​ມີ​ເວ​ລາ​​ປຶກ​ສາ​ຫາ​ລືຕື່ມ​ອີກ​ເພື່ອອາດ​ຈະ​ຍົກ​ອອກ​ “ບັນ​ດາ​ຂໍ​້​ຕົກ​ລົງ​ການ​ເມືອງ” ສຳ​ຄັນ. ວົງ​ການ​ຜູ້​ສັງ​ເກດ​ການ​ລ້ວນ​ແຕ່​ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ “​ທີ່ບໍ່​ແນ່ນອນ ແລະ ຂາດ​ຄວາມ​ຕັດ​ສິນ​ໃຈ” ຂອງ​ບັນ​ດາ​ປະ​ເທດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຮັບ​ຟັງ​ຄຳ​ກ່າວ​ເຕືອນ​ຂອງວົງ​ການ​ນັກ​ວ​ິ​ທະ​ຍາ​ສາດ ແລະ ມຸ່ງ​ໄປ​ເຖິງ​ການ​ເຊັນ​​ສັນ​ຍາ​ກ່ຽວ​ກັບ​ດິນ​ຟ້າອາ​ກາດ​ທົ່ວ​ໂລກ​ໂດຍ​ໄວ.

 


ຂ່າວ/ບົດ​ອື່ນ