ກອງປະຊຸມCOP21ຈະດຳເນີນກ່ອນກຳນົດເວລາ1ວັນ

ກອງປະຊຸມCOP21ຈະດຳເນີນກ່ອນກຳນົດເວລາ1ວັນ - ảnh 1
(ພາບ​ປະ​ກອບ)

(vovworld) -​ ກອງ​ປ​ະ​ຊຸມ​ສຸດຍອດ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແ​ປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 21) ຢ​ູ່​ນະ​ຄອນ​ຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ ຈະ​​ຈັດ​ຂຶ້ນ​ໃນ​ວັນ​ທີ 29/11, ​ກ່ອນ​ກຳ​ນົດ​ເວ​ລາ 1 ວັນ, ເພື່ອ​​ມີ​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ​ຕ່າງໆ​ໃຫ້​ສຳ​ເລັດ. ແຈ້ງ​ການ​​ໂດຍ​ຄະ​ນະ​ຈັດ​ຕັ້ງ​ປະ​ກາດ​ໃນ​ວັນ​ທີ 25/11. ແຕ່​ວ່າ, ວັນ​ໄຂ​ກອງ​ປະ​ຊຸມ​​ຢ່າງເປັນ​ທາງ​ການ​ຍັງ​​ຄົງ​ດຳ​ເນີນ​ຖືກ​ຕາມ​ແຜນ​ການ​ໃນ​ວັນ​ທີ 30/11. ຄາດ​ວ່າ, ກອງ​ປະ​ຊຸມ COP 21 ຈະ​ຖືກ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 30/11 ຫາ​ວັນ​ທີ 11/12, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ມຸກ​ລັດ 80 ທ່​ານ ແລະ ຜູ້​ຕາງ​ໜ້າ​ຂອງ​ເກືອບ 200 ປະ​ເທດ ແລະ ເຂດ​ແຄ້ວນ.

ຂ່າວ/ບົດ​ອື່ນ