ກອງປະຊຸມCOP21ຮັບຮອງເອົາຂໍ້ຕົກລົງຕ້ານການປ່ຽນແປງຂອງດິນຟ້າອາກາດ

ກອງປະຊຸມCOP21ຮັບຮອງເອົາຂໍ້ຕົກລົງຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ກອງປະຊຸມCOP21ຮັບຮອງເອົາ
ຂໍ້ຕົກລົງຕ້ານການປ່ຽນແປງຂອງດິນຟ້າອາກາດ
(ພາບ: AP)


(vovworld) - ວັນ​ທີ 12/12, ບັນດາ​ຜູ້​ແທນ​ທີ່​ມາ​ຈາກ 195 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 21 ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP21) ຢູ່​ປາຣີ້ (ຝລັ່ງ) ​ໄດ້​ຮັບຮອງ​ເອົາ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ປະຫວັດສາດ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ສະພາບ​ອຸ່ນຂຶ້ນ​ໃນ​ທົ່ວ​ໂລກ, ທີ່​ເຄີຍ​ນາບ​ຂູ່​ມວນ​ມະນຸດ​ດ້ວຍ​ເລື່ອງ​ເຮັດ​ໃຫ້​ນຳ້​ທະ​ເລ​ຂຶ້ນ​ສູງ ​ແລະ ​ເຮັດ​ໃຫ້​ສະພາບ​ແຫ້ງ​ແລ້ງ, ນຳ້​ຖ້ວມ, ພາຍຸ​ນັບ​ມື້​ນັບ​ຮ້າຍ​ແຮງ.

ປະຊາ​ຄົມ​ສາກົນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ສັນຍາ​ ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ຫາ​ກໍ່​ບັນ​ລຸ​ໄດ້ທີ່ກອງ​ປະຊຸມ​ຄັ້ງ​ທີ 21 ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ໂດຍ ຝລັ່ງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ​ Ban Ki-moon ​ຖະ​ແຫຼ​ງວ່າ: “ສັນຍາ​ ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ແມ່ນ​ຜົນສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ສຳລັບ​ໜ່ວຍ​ພິພົບ ​ແລະ ປະຊາຊົນ​ໃນ​ໂລກ“. ສ່ວນ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ່​ຍ້ອງຍໍ​ຂໍ້​ຕົກລົງກ່ຽວ​ກັບ​​ດິນ​ຟ້າ​ອາກາດ​ທີ່​ບັນລຸ​ໄດ້​ຢູ່ COP21 ວ່າ “​ແມ່ນ​ຂໍ້​ຕົກລົງ​ທີ່​​​ແຮງກ້າ ​ແລະ ມີ​ລັກສະນະ​ປະຫວັດສາດ“, ​ແມ່ນ “​ໂອກາດ​ທີ່​ດີ“ ​ເພື່ອ​ປົກ​ປັກ​ຮັກສາ​ໜ່ວຍ​ໂລກ​ຕໍ່​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ອິນ​ໂດ​ເນ​ເຊຍ ​ແລະ ຈີນ​ກໍ່​ລ້ວນ​ແຕ່​ຊົມ​ເຊີຍ​ຂໍ້​ຕົກລົງ​ປະຫວັດສາດ​ນີ້ ​ແລະ ຖື​ວ່າ, ນີ້​ແມ່ນ​ບາດກ້າວ​ພັດທະນາ​ເຖິງ​ອະນາຄົດ​ທີ່​ສົດ​ໄສ​ກວ່າ.

ຂ່າວ/ບົດ​ອື່ນ