ກອງປະຊຸມG7ປຶກສາຫາລືບັນດາມາດຕະການແກ້ໄຂສິ່ງທ້າທາຍຕ່າງໆໃນທົ່ວໂລກ

ກອງປະຊຸມG7ປຶກສາຫາລືບັນດາມາດຕະການແກ້ໄຂສິ່ງທ້າທາຍຕ່າງໆໃນທົ່ວໂລກ - ảnh 1
(ພາບປະກອບ: AFP/TTXVN)

(vovworld) - ກອງ​ປະຊຸມ​ສຸດ​ຍອດ 7 ກຸ​່ມບັນດາປະ​ເທດ​ອຸດສາຫະກຳ​ພັດທະນາ​ໂລກ (G7) ຖືກ​​ໄຂ​ຂຶ້ນ​​ໃນ​ວັນ​ທີ 26/05 ຢູ່​ແຂວງ Mie ປະ​ເທດ ຍີ່ປຸ່ນ. ​ແມ່ນ​​ເຫດການ​ດຶງ​ດູດ​ຄວາມ​ສົນ​ໃຈ​ ຈາກ​ຫາງ​ສຽງ​ສາກົນ​ໃນ​ໄລຍະ​ປະຈຸ​ບັນ. ກອງ​ປະຊຸມ​ຖືກ​ດຳ​ເນີນ​ໃນ​ສະພາບ​ການ​ໂລກ​ພວມ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ, ​ເສດຖະກິດ​ທົ່ວ​ໂລກ​ສືບ​ຕໍ່ຢຸດ​ສະ​ງັກ, ບັນດາ​ບັນ​ຫາປ້ອງ​ກັນ​ຄວາມ​ສະຫງົບ​ຄື: ລັດທິ​ກໍ່​ການ​ຮ້າ​ຍ, ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕ ພວ​ມ​ເປັນ​ບັນ​ດາ​ຄວາມທ້າ​ທາຍ​ໃຫຍ່​, ສະພາບ​ກາ​ນປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ໄພຂາດ​ເຂີນ​ບັນ​ດາ​ແຫຼ່ງພະລັງງານ​ພວ​ມນາບ​ຂູ່​ເຖິງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ຊີວິດ​ຂອງ​ມວນ​ມະນຸດ.

        ຕາມ​ແຜນການ, ບັນດາ​ຫົວ​ເລື່ອງ​ປຶກສາ​ຫາລື​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ຈະ​ລວມມີ: ພື້ນຖານ​ເສດຖະກິດ​ທົ່ວ​ໂລກ, ການ​ຄ້າ, ນະ​ໂຍບາຍການຕ່າງປະ​ເທດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ, ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​ ​ແລະ ບົດບາດ​ຂອງ​​ເພດຍິງ, ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ແນັດ, ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື ​​ເພື່ອ​​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ສໍ້ລາດ​ບັງ​ຫລວງ, ​ໃນ​ນັ້ນ ​ເສດ​ຖະກິດ - ການ​ເງິນ​ທົ່ວ​ໂລກ ​ໄດ້​ຮັບ​ການກຳນົດວ່າ​ແມ່ນ​ຫົວ​ຂໍ້​ບຸລິມະສິດ​​ແຖວ​ໜ້າ​ຂອງ​​ໂຄງການ​ດຳ​ເນີນ​ງານ. ພ້ອມ​ກັບ​ບັນ​ຫາ​ເສດຖະກິດ - ການ​ເງິນ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ G7 ກໍ່​ແມ່ນໜຶ່ງ​ໃນ​ບັນດາ​ຫົວ​ຂໍ້​ປຶກສາ​ຫາ​ລື​ສຳຄັນ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​​ໃນຄັ້ງ​ນີ້. ຕາມ​ກະຊວງ​ການ​ຕ່າງ​ປະ​ເທດ ຍີ່ປຸ່ນ ​ແລ້ວ ບັນດາ​ການ​ນຳ G7 ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເນື້ອ​ໃນ​ກ່ຽວ​ກັບການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ລັດທິຫົວ​ຮຸນ​ແຮງ​ໃຊ້​ຄວາມ​ຮຸນ​ແຮງ, ວິ​ກິດ​ການ​ຄົນ​ເຂົ້າ​ເມືອງ, ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ, ສະພາບ​ການ​ໃນ​ແຫຼ​ມ ​ເກົາຫຼີ, ວິ​ວິດ​ການ​ຢູ່ ຢູ​ແກຼນ ​ແລະ ຄວາມ​ສະຫງົບ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ.

ຂ່າວ/ບົດ​ອື່ນ