ກອງປະຊຸມSOMກະກຽມກອງປະຊຸມGMS6

(VOVWORLD) -ວັນທີ 12 ມີນາ ຢູ່ ຮ່າໂນ້ຍ, ບັນດາເຈົ້າຫນ້າທີ່ອາວຸໂສບັນດາປະເທດໃນກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ລວມມີ: 

ກອງປະຊຸມSOMກະກຽມກອງປະຊຸມGMS6 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:daidoanket

ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະຫວຽດນາມ ພ້ອມກັບຜູ້ຕາງຫນ້າທະນາຄານພັດທະນາ ອາຊີ (ADB) ໄດ້ໂຮມປະຊຸມກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ GMS ຊື່ງຈະດຳເນີນແຕ່ວັນທີ 29-31 ມີນາປີ 2018 ຢູ່ ຮ່າໂນ້ຍ.

ທີ່ກອງປະຊຸມ, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບໂຄງການດຳເນີນງານ, ເນື້ອໃນບັນດາເອກະສານຈະຍື່ນສະເຫນີຕໍ່ບັນດາການນຳ ແລະ ບັນດາວຽກງານອື່ນໆອີກເພື່ອຮັບໃຊ້ກອງປະຊຸມ. ການຮ່ວມມື GMS ເພື່ອແນໃສ່ຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືພັດທະນາເສດຖະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ສອງແຂວງ ຂອງຈີນ, ເຮັດໃຫ້ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຢ່າງວ່ອງໄວ ແລະ ກາຍເປັນເຂດພັດທະນາວ່ອງໄວ ແລະ ວັດທະນາຖາວອນຢູ່ພາກພື້ນ. ຄາດວ່າ ວັນທີ 15 ມີນາ ຈະດຳເນີນການປະຊຸມຂ່າວກ່ຽວກັບບັນດາກອງປະຊຸມ GMS ຄັ້ງທີ 6 ໂດຍທ່ານ ດັ້ງດີງກູຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນເຈົ້າພາບ.

ຕອບກັບ

ຂ່າວ/ບົດ​ອື່ນ