ກອງປະຊຸມSOMກະກຽມໃຫ້ກອງປະຊຸມຄະນະກຳມະການຮ່ວມມື2ຝ່າຍຫວຽດນາມ-ຟິລິບປີນຄັ້ງທີ8

ກອງປະຊຸມSOMກະກຽມໃຫ້ກອງປະຊຸມຄະນະກຳມະການຮ່ວມມື2ຝ່າຍຫວຽດນາມ-ຟິລິບປີນຄັ້ງທີ8 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​
ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Evan Garcia
(ພາບ: VGP/HaiMinh)

(vovworld) – ​ ​ຕອນ​ບ່າຍ​ວັນ​ທີ 14/9, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟີ​ລິບ​ປີນ Evan Garcia ພວມ​ຢ້ຽມຢາມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ກະກຽມ​ໃຫ້​ກອງ​ປະຊຸມ​ຄະນະ​ກຳມະກາ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຟີ​ລິບ​ປີນ ຄັ້ງ​ທີ 8. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ການ​ພັດທະນາຢ່າງ​ແຮງ ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​​​; ສະ​ເໜີ 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ໄລຍະ 2011 – 2016 ​ແລະ ກະກຽມ​ໃຫ້​ໄລຍະ​ພັດທະນາ​ໃໝ່ ດ້ວຍ​ເນື້ອ​ໃນ​ອຸດົມສົມ​ບຸນ, ​ແທດ​ຈິງ, ​ເໝາະ​ສົມກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ 2 ຝ່າຍ.

        ​ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ດັ້ງ​ມິ​ງຄອຍ ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ Evan Garcia ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄັ້ງ​ທີ 8 ຂອງ​ຄະນະ​ກຳມະການ​ຮ່ວມ​ມື 2 ຝ່າຍ ຫວຽດນາມ - ຟີ​ລິບ​ປີນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຟີ​ລິບ​ປິນ​ໃນ ປີ 2016 ​ເປັນ​ຢ່າງ​ດີ. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຕັ້ງໜ້າ​ ຊອກ​ຫາ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃໝ່ ເພື່ອ​ແນ​ໃສ່​ບັນລຸ​ວົງ​ເງິນການ​ຄ້າ 2 ຝ່າຍ​ໃຫ້​ໄດ້ 3 ຕື້ USD ​ໃນ​ປີ 2016.

        ​ເນື່ອງ​ໃນ​ໂອກາດ​ນີ້, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ 2 ທ່ານ ກໍ​ເປັນ​ປະທານ​ຮ່ວມ​ຄະນະ​ກຳມະການ​ປະສົມ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຮ່ວມ​ມື​ບົນ​ທະ​ເລ ​ແລະ ມະຫາ​ສະໝຸດ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ​ສັນ​ຕີ​ພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ ​ແລະ ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ ​ແລະ ທາງ​ອາກາດ​ຢູ່​ທະ​ເລ​ຕາ​ເວັນອອກ. 2 ຝ່າຍ​ຍົກ​ສູງ​ການ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ຄົບ​ຖ້ວນ ​ແລະ ​ເຂັ້ມ​ງວດ ​ແລະ ສູ້​ຊົນ​ສຳ​ເລັດ​ປະມວນຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ