ກອງປະຊຸມSOMອາຊຽນ-ຈີນກ່ຽວກັບDOCຄັ້ງທີ9

ກອງປະຊຸມSOMອາຊຽນ-ຈີນກ່ຽວກັບDOCຄັ້ງທີ9 - ảnh 1
ກອງ​ປະຊຸມ SOM ອາ​ຊຽນ - ຈີນ​ ກ່ຽວ​ກັບ DOC ຄັ້ງທີ9

(vovworld) - ວັນ​ທີ 29/7, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ (SOM) ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) - ຈີນ ກ່ຽວ​ກັບ​ການ​ປະຕິບັດ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຄັ້ງ​ທີ 9 ​ໄດ້ດຳ​ເນີນ​ຢູ່ ​ແທນ​ຈີນ (Tianjin), ປະ​ເທດຈີນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ເລ​ຮ່ວາຍ​ຈຸ​ງ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ ​ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມດັ່ງກ່າວ ​ໂດຍ​ເລຂາ​ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ ​ໄທ ທ່ານ ນົບພະ​ດອນ ​ເທບ​ພິທັກ ແລະ ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫຼຽວ​ເຈີ​ນມີ​ງ ​ເປັນ​ປະທານ​ຮ່ວມ. ທີ່​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ອາ​ຊຽນ ​ແລະ ຈີນ ​ໄດ້​ສຳ​ຫຼວດກວດຄືນ​​ສະພາບ​ການ​ຜັນ​ຂະຫຍາຍ DOC, ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍູ້​ແຮງ​ວິວັດທະນາ​ການ​ທາ​ບທາມ​ຄຳ​ເຫັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ກະກຽມ​ເນື້ອ​ໃນ​ທີ່ກ່ຽວຂ້ອງຕ່າງໆຈະ​ໄດ້​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ - ຈີນ ​ແລະ ກອງ​ປະຊຸມ​ພາຍຫລັງ​ກອງ​ປະຊຸມ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ (PMC) ​ໃນຕົ້ນ​ເດືອນ 8 ມາ​ເຖິງ. ຄະນະ​ຜູ້​ແທນ ຫວຽດນາມ ​​ແລະ ​ເປັນ​ເຈົ້າ​ການ, ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ ​ແລະ ​ມີ​ປະສິດທິ​ຜົນ​ໃນ​ໝາກຜົນ​ລວມຂອງ​ກອງ​ປະຊຸມ.     

ຮ່າ​ທັ໋ງ, ນັກ​ຂ່າວ VOV ປະຈຳ​ປັກ​ກິ​ງ


ຂ່າວ/ບົດ​ອື່ນ