ກອງປະຊຸມSOMເວທີປາໄສພາກພື້ນອາຊຽນ

ກອງປະຊຸມSOMເວທີປາໄສພາກພື້ນອາຊຽນ - ảnh 1
ກອງປະຊຸມຈັດຕັ້ງຢູ່ ຫຼວງພະບາງ, ລາວ

(vovworld) –  ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ (SOM) ສະຫະ​ສະມາຄົມ​ປະຊາ​ຊາດ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ ບັນດາ​ກອງ​ປະຊຸມ​ກ່ຽວຂ້ອງ, ​ທີ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່ຄຸ້ມ​ເມືອງ​ເກົ່າ ​ຫຼວງ​ພະ​ບາງ, ປະ​ເທດ​ລາວ, ວັນ​ທີ 8/5, ສືບ​ຕໍ່​ດຳ​ເນີນ​ກອງ​ປະຊຸມ SOM ​ເວທີ​ປາ​ໄສ​ພາກ​ພື້ນ ອາ​ຊຽນ (ARF) ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ 27 ປະ​ເທດສະມາຊິກ, ​ໃນ​ນັ້ນ​ມີ​ 10 ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ຄື: ອາ​ເມ​ລິ​ກາ, ລັດ​ເຊຍ, ຍີ່ປຸ່ນ, ​ຈີນ, ສະຫະພາບ ​ເອີ​ລົບ (ອີ​ຢູ). ຄະນະ​ຜູ້​​ແທນ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ SOM ອາ​ຊຽນ ຫວຽດນາມ, ​ເປັນ​ຫົວ​ໜ້າ​ຄະນະ.

        ກອງ​ປະຊຸມ SOM ARF ຄັ້ງ​ນີ້​ສຸມ​ໃສ່​ຕີ​ລາຄາການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ປີ​ກາງ​ອາຍຸ​ການ 2015 – 2016 ​ແລະ ປຶກສາ​ຫາລື​ວິທີ​ການ​ເພີ່ມ​ທະວີ, ກຳນົດ​ທິດ​ອະນາ​ຄົດ​ຂອງ ARF ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ, ສາກົນ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ARF ຄັ້ງ​ທີ 23 ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່​ລາວ ​ໃນ​ທ້າຍ​ເດືອນ 7/2016. ກະກຽມ​ໃຫ້​ກອງ​ປະຊຸມ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ARF, ບັນດາ​ປະ​ເທດ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຮ່າງ​ຖະ​ແຫຼ​ງການ  ARF, ​ໃນ​ນັ້ນ​ມີ​ຮ່າງ​ຖະ​ແຫຼ​ງການ​ໂດຍ ຫວຽດນາມ ສະ​ເໜີ​ກ່ຽວ​ກັບ​​ເພີ່ມ​ທະວີການ​ຮ່ວມ​ມື​ລະຫວ່າງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ ທະ​ເລ​ໃນ ARF.

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຫຼາຍ​ປະ​ເທດ​ເນ​ັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ,​ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນບົນ​ພື້ນຖານ​ກົດໝາ​ຍສາກົນ​ໂດຍ​ສັນຕິວິທີ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 (UNCLOS 1982), ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.



ຂ່າວ/ບົດ​ອື່ນ