ກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ຈະຖືກຈັດຂຶ້ນໃນເດືອນ 12 ຈະມາເຖິງ

ກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ ຈະຖືກຈັດຂຶ້ນໃນເດືອນ 12 ຈະມາເຖິງ - ảnh 1
(ພາບປະກອບ)

(vovworld) -     ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung ຫາ​ກໍ​ຕົກລົງ​ຫັນ​ດີກັບ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ເລື່ອງ​ຈັດ​ຕັ້ງກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ຢ່າງເປັນ​ທາງ​ການ​ ​ໃນ​ວັນ​ທີ 10/12 ຈະ​ມາ​ເຖິງ ຢູ່​ຮ່າ​ໂນ້ຍ. ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ 6 ຜ່ານ​ມາ, ກອງ​ປະຊຸມກາງ​ສະ​ໃໝ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ​ປີ 2012 ​​ໄດ້ດຳ​ເນີນ​ຢູ່​ນະຄອນ Dong Ha, ​ແຂວງ Quang Tri ດ້ວຍ​ຫົວ​ຂໍ້​ວ່າ “ການ​ເຈລະຈາ​ກັບ​ບັນດາ​ແຂວງ​ພາກ​ກາງ”. ຜູ້ຕາງໜ້າ 14 ​ແຂວງ​ທາງ​ທິດເໜືອພາກ​ກາງ ​ແລະ ​ເຂດ​ແຄມ​ທະ​ເລ​ພາກ​ກາງ, ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ​ນັກ​ອຸປະຖຳ ​ໄດ້​ມີ​ການ​ເຈລະຈາ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ ​ແລະ ທິດ​ຮ່ວມ​ມື​ພັດທະນາ​​ໃໝ່, ​ທີ່ແຂງ​ແຮງ​ກວ່າ​ໃນ​ການ​ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ​ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ນີ້… ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ ​ແມ່ນ​ເວທີ​ປາ​ໄສ​ແລກປ່ຽນ​ຄວາມ​ເຫັນ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ປະຊາ​ຄົມ​ບັນດາ​ນັກ​ອຸປະ​ຖຳ​​ໃຫ້​ແກ່​ການ​ພັດທະນາກ່ຽວ​ກັບ​ບັນດາ​ບັນຫານະ​ໂຍບາຍ​ເສດຖະກິດ, ຍຸດ​ທະ​ສາ​ສາດ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ