ກອງປະຊຸມກຸ່ມປະຕິບັດງານຮ່ວມ ຫວຽດນາມ - ໄທ ກ່ຽວກັບການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງຄັ້ງທີ 6

ກອງປະຊຸມກຸ່ມປະຕິບັດງານຮ່ວມ ຫວຽດນາມ - ໄທ ກ່ຽວກັບການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງຄັ້ງທີ 6 - ảnh 1

ກອງ​ປະຊຸມ​ກຸ່ມ​ປະຕິບັດ​ງານ​ຮ່ວມ ຫວຽດນາມ - ​ໄທ

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຄັ້ງ​ທີ 6
(ພາບ: cand.com.vn)

(vovworld) - ວັນ​ທີ 7/8, ຢູ່​ນະຄອນ ດ່າ​ໜັງ, ​ໄດ້​ດຳ​ເນີນ​ວາລະ​ໄຂ​ກອງປະຊຸມ​ກຸ່ມ​ປະຕິບັດ​ງານ​ຮ່ວມ ຫວຽ​ດນາມ - ​ໄທ ກ່ຽວ​ກັບກາ​ນຮ່ວມ​ມື​ດ້ານ​ກາ​ນ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຄັ້ງ​ທີ 6 (JWG -6). ພົນ​ຕີ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ພົນ​ໂທ ພະຣາດອນ ພັດ​ທະນະຖາ​ບຸດ, ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ໄທ ​ເປັນ​ປະ​ທານ​ຮ່ວມ​ກອງ​ປະຊຸມ. 2 ຝ່າຍ​ຢືນຢັນ​ໃຫ້​ຄຳ​ໝັ້ນ​ສັນຍາບໍ່​ອະນຸຍາດ​ໃຫ້ບໍ່​ວ່າ​ບຸກຄົນ, ອົງການ​ໃດໆ ສວຍ​ໃຊ້ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ນີ້​ເພື່ອເຄື່ອນ​ໄຫວ​ຕ້ານ​ປະ​ເທດ​ນັ້ນ, ກວດກາ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ, ນິຕິ​ກຳ ​ແລະ ຍຸຕິ​ທຳ​ກໍ່​ຄື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ 2 ປະ​ເທດ, ​ໃນ​ນັ້ນ​ມີ​ເລື່ອງ​ປຶກສາ​ຫາລື ​ແລະ ສະ​ເໜີ​ມາດ​ຕະການ​ຕ່າງໆ​ເພື່ອ​ແນ​ໃສ່​ຈຳກັດ​​ການ​ລະ​ເມີດ​ຂອງ​ຊາ​ວປະມົງ, ກຳ​ປັ່ນ​ຫາ​ປາ 2 ປະ​ເທດ ​ແລະ ຮ່ວມ​ມື​ໃນ​ການ​ແກ້​ໄຂ​ບັນຫາ​ຄົນ​ງານມີການກະທຳ​ຜິດ​. 2 ຝ່າຍ​ກໍ່​ຮັບຮອງ​ເອົາ​ໂຄງການ​ປະຕິບັດງານ​​ໄລ​ຍະ 2014 – 2016 ​ເພື່ອ​ປະຕິບັດ​ວິ​ໄສ​ທັດ​ຄວາມ​ໝັ້ນ​ຄົງ ຫວຽດນາມ - ​ໄທ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ຂັ້ນສູງ​ລະຫວ່າງ 2 ປະ​ເທດ, ​ເຫັນ​ດີ​ເປັນ​ເອກະສັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 7 ຂ​ອງກຸ່ມ​ປະຕິບັດ​ງານ​ຮ່ວມຢູ່ ​ໄທ ​ໃນ​ປີ 2014. ກອງ​ປະຊຸມ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 8/8.

 

ຂ່າວ/ບົດ​ອື່ນ