ກອງປະຊຸຸມ“ກະກຽມ ທາບທາມຄຳເຫັນໂຄງການ ກໍ່ສ້າງເຂື່ອນໄຟຟ້າ ດອນສະຫົງຢູ່ແມ່ນ້ຳຂອງ“


ກອງປະຊຸຸມ“ກະກຽມ ທາບທາມຄຳເຫັນໂຄງການ ກໍ່ສ້າງເຂື່ອນໄຟຟ້າ ດອນສະຫົງຢູ່ແມ່ນ້ຳຂອງ“ - ảnh 1 

(ພາບ: internationalrivers.org)

 (vovworld)- ​ ກອງ​ປະຊຸມ​ສຳ​ມະ​ນາ “ກະກຽມ​ທາ​ບທາມ​ຄຳ​ເຫັນ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງຢູ່ແມ່ນ້ຳຂອງ“ ​ໄດ້​ດຳ​ເນີນ​ໃນວັນ​ທີ 21/8, ຢູ່​ນະຄອນ​​ເກີ​ເທີ ຊື່​ງມີ​ຈຸດໝາຍ​ແນ​ໃສ່​ສະ​ຫນອງ​ຂໍ້​ມູນ​ຂ່າວສານ ​ແລະ ອັບ​ເດັດ​ວິວັດ​ການ, ບັນດາ​ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ຢູ່​ແມ່ນ້ຳຂອງ; ໜູນ​ຊ່ວຍ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ເຂົ້າຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ວິວັດ​ການ​ທາບທາມ​ຄຳ​ເຫັນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງ.

  ທີ່ກອງ​ປະຊຸມ​ສຳ​ມະ​ນາ, ບັນດ​ານັກວິທະຍາສາດ​ໄດ້​ສະ​ເໜີ​ບັນດາ​ເນື້ອ​ໃນ: ອັບ​ເດັດ​ວິວັດ​ການ​ພັດທະນາ​ເຂື່ອນ​ໄຟຟ້າ​ຢູ່​ແມ່ນ້ຳຂອງ ຈາກ​ໄຊ​ຍະ​ບູລີ ​ໄປ​ເຖິງ​ດອນ​ສະ​ຫົງ; ຂັ້ນຕອນ​ການປະກາດ, ​ທາ​ບທາມ​ຄຳ​ເຫັນກ່ອນ ​ແລະ ຂໍ້​ຕົກລົງ​ຂອງ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໄຊຍະ​ບູລີ; ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຕີ​ລາຄາ​ການ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງ….​ບັນດາ​ຜູ້​ແທນ​ຍັງ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາ​ບທາມ​ຄຳ​ເຫັນ​ຕ້ອງ​ຖືກ​ຈັດຕັ້ງຂຶ້ນ​ຄື​ແນວ​ໃດ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຢູ່​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ຄວນ​ເຂົ້າຮ່ວມ​ວິວັດ​ການ​ທາ​ບທາມ​ຄຳ​ເຫັນ​ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ຫົງ​ຄື​ແນວ​ໃດ​ເພື່ອ​ບັນລຸ​ປະສິດທິ​ຜົນ​ສູງ​ສຸງ./.

ຂ່າວ/ບົດ​ອື່ນ