ກອງປະຊຸມກາງສະໄໝ ຄັ້ງທີ 11 ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງທະເລ

(VOVWORLD) -ກອງປະຊຸມ ແມ່ນການເຄື່ອນໄຫວປະຈໍາປີໃນຂອບເຂດເວທີປາໄສພາກພື້ນ ອາຊຽນ (ARF) ເພື່ອແນໃສ່ກວດກາ, ສໍາຫຼວດກວດຄືນສະພາບຄວາມໝັ້ນຄົງທາງທະເລ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ເວທີປາໄສພາກພື້ນ ອາຊຽນ (ARF) ແລະ ສະເໜີການເຄື່ອນໄຫວ, ຂໍ້ລິເລີ່ມໃໝ່ໃຫ້ແກ່ໄລຍະຕໍ່ໄປ.

ກອງປະຊຸມ ກາງສະໄໝ ຄັ້ງທີ 11 ເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບຄວາມໝັ້ນຄົງທາງທະເລ (ISM-MS) ຖືກດໍາເນີນໃນລະຫວ່າງວັນທີ 14 – 15 ມີນາ, ຢູ່ນະຄອນດ່າໜັງ ຂອງຫວຽດນາມ. ກອງປະຊຸມດັ່ງກ່າວ ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ - ການຄ້າ ອົດສະຕາລີ ແລະ ຄະນະກໍາມະການ ເອີຣົບ (EC) ຈັດຕັ້ງຂຶ້ນ. ກອງປະຊຸມ ແມ່ນການເຄື່ອນໄຫວປະຈໍາປີໃນຂອບເຂດເວທີປາໄສພາກພື້ນ ອາຊຽນ (ARF) ເພື່ອແນໃສ່ກວດກາ, ສໍາຫຼວດກວດຄືນສະພາບຄວາມໝັ້ນຄົງທາງທະເລ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ເວທີປາໄສພາກພື້ນ ອາຊຽນ (ARF) ແລະ ສະເໜີການເຄື່ອນໄຫວ, ຂໍ້ລິເລີ່ມໃໝ່ໃຫ້ແກ່ໄລຍະຕໍ່ໄປ.

ກອງປະຊຸມກາງສະໄໝ ຄັ້ງທີ 11 ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງທະເລ	 - ảnh 1ກອງປະຊຸມກາງສະໄໝ ຄັ້ງທີ 11 ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງທະເລ 

ທີ່ກອງປະຊຸມ, ບັນດາຜູ້ແທນພ້ອມກັນແລກປ່ຽນທັດສະນະກ່ຽວກັບສະພາບການຄວາມໝັ້ນຄົງທາງທະເລຂອງພາກພື້ນ ໃນນັ້ນ ມີໝາກຜົນການຮ່ວມມື ກໍຄືບັນດາສິ່ງທ້າທາຍທີ່ພວມວາງອອກ; ສໍາຫຼວດກວດຄືນສະພາບການເຄື່ອນໄຫວຂອງບັນດາກົນໄກ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບແຜນນະໂຍບາຍ, ນະໂຍບາຍ ແລະ ມາດຕະການທີ່ໄດ້ປະຕິບັດຢູ່ໃນລະດັບປະເທດ ແລະ ພາກພື້ນ, ກໍຄື ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື ການປ້ອງກັນຄວາມປອດໄພທາງທະເລ, ສິ່ງແວດລ້ອມຢູ່ທະເລ, ການພັດທະນາແບບຍືນຍົງ ແລະ ອື່ນໆ.

ຕາມແຜນການແລ້ວ, ບັນດາຜູ້ແທນ ຈະພ້ອມກັນປຶກສາຫາລື ແລະ ເຫັນດີເປັນເອກະພາບກ່ຽວກັບບັນດາຂໍ້ສະເໜີ, ຂໍ້ລິເລີ່ມໃໝ່ ເພື່ອນໍາເຂົ້າໃນແຜນການເຄື່ອນໄຫວລວມ ຂອງເວທີປາໄສພາກພື້ນ ອາຊຽນ (ARF) ໃນປີກາງສະໄໝ 2019 – 2020.

ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 12 – 13 ມີນາ, ຢູ່ນະຄອນດ່າໜັງ ກໍໄດ້ດໍາເນີນກອງປະຊຸມສໍາມະນາ ເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 2 ກ່ຽວກັບການເພີ່ມທະວີການຮ່ວມມືໃນພາກພື້ນໃນການປະຕິບັດກົດໝາຍຢູ່ທະເລ ດ້ວຍເນື້ອໃນຈຸດສຸມແມ່ນ ເລື່ອງສ້າງກົດແຫ່ງການແນະນໍາ ແລະ ການປະພຶດລວມ ສໍາລັບບັນດາກໍາລັງທີ່ປະຕິບັດກົດໝາຍຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ