ກອງປະຊຸມກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

ກອງປະຊຸມກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ - ảnh 1

(ກອງ​ປະຊຸມ​ກຳມາ​ທິການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈ​ຍ)

(vovworld) - ກອງ​ປະຊຸມ “ສາມັກຄີ - ມິດຕະພາບ - ຮ່ວມ​ມື” ​ໂດຍ​ກຳມາ​ທິການ​ປ້​ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຂ​ອງ ສະພາ​ແຫ່ງ​ຊາດ ຫວຽດນາມ ສົມທົບ​ກັບກຳມາ​ທິການ​ປ້​ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຂ​ອງ ສະພາ​ແຫ່ງ​ຊາດ ລາວ, ກຳມາ​ທິການວຽກງານພາຍ​​ໃນ, ປ້ອງ​ກັນ​ປະ​ເທດ, ສືບສວນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ບັນດາສາທາລະນະ ສະ​ພາ​ແຫ່ງ​ຊາດ ກຳປູ​ເຈຍ ຈັດ​ຕັ້ງ​ຂຶ້ນໃນ​ຕອນ​​ເຊົ້າ​ວັນ​ທີ 5/3 ຢູ່ານະຄອນ ​ໂຮ່ຈີ​ມິນ. ທີ່​ກອງ​ປະຊຸມ, ບັນດາ​ກຳມາ​ທິການ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ພົວພັນຮ່ວມ​ມື​ດ້ານ​ເສດຖະກິດ - ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ​ໃນ​ປີ 2012 ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ສະ​ເໜີ​ນະ​ໂຍບາຍ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ແຕ່​ລະກຳ​ມາ​ທິການ, ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ, ສົມທົບ​ກັນ​ຊຸກຍູ້​ປະຕິບັດ​ຂໍ້​ຕົກລົງ​ຂອງ​ການ​ນຳ​ສະພາ​ແຫ່ງ​ຊາດ 3 ປະ​ເທດ ​ແລະ ບັນດາ​ເອກະສານ​ຮ່ວ​ມມື ຫຼາຍ​ຝ່າຍ, 2 ​ຝ່າຍ ​ໄດ້​ຮັບ​ການ​ລົງ​ນາມ​ໄປ​ແລ້ວ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຮິ່ງງອກ​ເຊີນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ເນ​ັ້ນໜັກ​ວ່າ:

“​ໃນ​ເງື່ອນ​ໄຂ​ຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະສະ​ພາ​ແຫ່ງ​ຊາດ​ລ້ວນ​ແຕ່​ມີ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຂ້າພະ​ເຈົ້າ​ຖື​ວ່າ: ການຈັດ​ຕັ້ງ​ກອງ​ປະຊຸມ​ໃນ​ມື້​ນີ້​ແມ່ນ​ຈຳ​ເປັນ​ທີ່​ສຸດ. ນີ້​ຈະ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ໄດ້ພົບ​ປະ, ​ແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ໂຄສະນາ​ເຜິີຍ​ແຜ່, ພ້ອມ​ກັນ​ພິຈາລະນາ ​ແລະ ມີ​ຂໍ້​ສະ​ເໜີ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 3 ປະ​ເທ​ດ ຫວຽດນາມ - ລາວ - ກຳປູ​ເຈຍ ໃຫ້ດີຍິ່ງກ່ວາ​ອີກ.”

ຂ່າວ/ບົດ​ອື່ນ