ກອງປະຊຸມກ່ຽວກັບການຜະລິດ,ຈຳຫນ່າຍເຂົ້າສານເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້

ກອງປະຊຸມກ່ຽວກັບການຜະລິດ,ຈຳຫນ່າຍເຂົ້າສານເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ - ảnh 1
ກອງ​ປະຊຸມ​ກ່ຽວ​ກັບ​ການ​ຜະລິດ, ຈຳຫນ່າຍ​ເຂົ້າສານ​
photo: chinhphu.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 15/3 ຢູ່ ນະຄອນ​ເກີນ​ເທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ຜະລິດ, ຈຳຫນ່າຍ​ເຂົ້າສານ​ຢູ່​ເຂດທົ່ງພຽງ​ແມ່​ນຳ້ຂອງ​ທາງ​ພາກ​ໃຕ້​ຫວຽດນາມ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ໄດ້​ໄຈ້​ແຍກ​ປັດ​ໄຈ​ພາວະ​ວິ​ໄສ ​ແລະ ອັດຕະວ​ິ​ໄສ​ທີ່​ໄດ້​ກໍ່ຄວາມ​ຫຍຸ້ງຍາກ​ໃນ​ການຈຳຫນ່າຍ​ເຂົ້າສານ.  ບັນດາ​ກະຊວງ​ກ່ຽວ​ຂ້ອງ ພ້ອມ​ກັບ​ທອ້ງຖິ່ນ​ຕ່າງໆ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ພວມ​ສຸ​ມ​ໃສ່​ບັນດາ​ມາດ​ຕະການ​ຢ່າງ​ຮີບ​ດ່ວນ ​ແລະ ຍາວ​ນານ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຫນູນ​ຊ່ວຍ​ສິນ​ເຊື່ອ​ໃນ​ການ​ຜະລິດ ​ແລະ ຈຳຫນ່າຍ​ເຂົ້າສານ. ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕັ້ງຫນ້າ​ເຈລະຈາ​ເພື່ອ​ເຊັ່ນ​ສັນຍາ​ສົ່ງ​ອອກ​ເຂົ້າສານ ຕິ​ດພັນ​ກັບ​ເປີດ​ກວ້າງ​ຕະຫລາດ​ຈຳຫນ່າຍ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ພວມ​ຕັ້ງຫນ້າ​ຍູ້​ແຮງ​ການ​ຄົ້ນ​ຄ້ວາ, ​ເລືອກ​ເຟັ້ນ​ແນວ​ພັນ​ເຂົ້າ​ທີ​່ມີ​ຄຸນ​ນະພາ​ບສູງ.

 

 

 

ຂ່າວ/ບົດ​ອື່ນ