ກອງ​ປະຊຸມກ່ຽວ​ກັບ​ຂໍ້​ລິ​ ເລີ່​ມການ​ຮ່ວມ​ມື​ປະຕິບັດ ​ກົດໝາຍ​ບົນ​ທະ​ເລ​

ກອງ​ປະຊຸມກ່ຽວ​ກັບ​ຂໍ້​ລິ​ ເລີ່​ມການ​ຮ່ວມ​ມື​ປະຕິບັດ ​ກົດໝາຍ​ບົນ​ທະ​ເລ​ - ảnh 1

ເພີ່ມ​ທະວີ​ຮ່ວມ​ມືປະຕິບັດ​ກົດໝາຍ​ບົນ​ທະ​ເລ​

(ພາບ:baomoi.com)

(VOV)- ​ຕອນ​ເຊົ້າວັນ​ທີ 5/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດກອງ​ປະຊຸມ​ຂັ້ນນັກວິຊາການ​ກ່ຽວ​ກັບ​ຂໍ້​ລິ​ເລີ່​ມການ​ຮ່ວມ​ມື​ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ບັນດາ​ປະ​ເທດ​ເຂດ​ອ່າວ​ໄທ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ David Shear ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ ປະຈຳ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ອົງການປະຕິບັດ​ກົດໝາຍ​ບົນ​ທະ​ເລບັນດາ​ປະ​ເທດ​ໄທ, ກຳປູ​ເຈຍ, ມາ​ເລ​ເຊຍ, ລາວ ​ແລະ ຫວຽດນາມ. ທ່ານ​ພັນ​ເອກ Ngo Ngoc Thu ຮອງ​ຫົວໜ້າ​ກົມ​ຕຳຫຼວດ​ທະ​ເລ​ຫວຽດນາມ ຖື​ວ່າ, ​ອົງການປະຕິບັດ​ກົດໝາຍ​ບົນ​ທະ​ເລ​ແຕ່ລະ​ປະ​ເທດມີ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ຕ້ອງຕັ້ງໜ້າ​ສະໜັບສະໜູນ ​ແລະ ​ເຂົ້າຮ່ວມ​ການ​ປັບປຸງ, ສ້າງ​ພື້ນຖານ​ກົດໝາຍ, ​ເອກະ​ພາບ​ຫຼັກ​ການປະຕິບັດ​ກົດໝາຍ​ບົນ​ທະ​ເລ. ທ່ານ​ພັນ​ເອກ Ngo Ngoc Thu ​ເນັ້ນໜັກ​ວ່າ:

   “ຕຳຫຼວດທະ​ເລ​ຫວຽດນາມ ປາດ​ປະ​ໜາ​ຢາກ​ໃຫ້​ບັນດາປະ​ເທດ​ໃນ​ເຂດ​ອ່າວ​ໄທ​ຈະ​ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ດ້ວຍ​ບັນດາ​ຮູບ​ການ​ຮ່ວມ​ມື​ທີ່​ແທດ​ຈິງ, ລະອຽດ, ​ເໝາະ​ສົມ​ກັບ​ເງື່ອນ​ໄຂ ​ແລະ ຄວາມ​ສາມາດ​ຂອງ​ແຕ່ລະ​ປະ​ເທດ. ​ໃນ​ນັ້ນ, ໜ້າ​ສົນ​ໃຈ​ແມ່ນ​ບັນດາ​ການ​ເຄື່ອ​ນ​ໄຫວ​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ສ້າງ​ຄວາມ​ສາມາດ, ສົມທົບ​ກັນ​ບຳລຸງ​ສ້າງ ​ແລ​ະ ສ້າງສາ​ຍທາງ​ຕິດຕໍ່ດ່ວນ​​ເພື່ອ​ແກ້​ໄຂ​ບັນດາ​ກໍລະນີ​ເກີດ​ຂຶ້ນ​ບົນ​ທະ​ເລ, ລາດ​ຕາ​ເວັນ​ລວມ, ​ເຝິກຊ້ອມ​ການກູ້​ໄພ​ກູ້​ຊີບ ​ແລະ ຮັບ​ມື​ກັບ​ໄພພິບັດ​ບົນ​ທະ​ເລ

ຂ່າວ/ບົດ​ອື່ນ