ກອງປະຊຸມກ່ຽວກັບແງ່ຫວັງພະລັງງານນິວເຄຼຍຢູ່ອາຊີ-ປາຊີຟິກ

ກອງປະຊຸມກ່ຽວກັບແງ່ຫວັງພະລັງງານນິວເຄຼຍຢູ່ອາຊີ-ປາຊີຟິກ - ảnh 1
ທ່ານ Donato Marcos, ຮອງລັດຖະມົນຕີພະລັງງານ ຟີລິບປິນ
(ພາບ: APEC 2015)

(vovworld) – ວັນ​ທີ 30/8, ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ແງ່​ຫວັງ​ພະລັງງານ​ນິວ​ເຄຼຍຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ມາ​ນີລາ ປະ​ເທດ ຟີ​ລິບ​ປິນ. ຕາມ​ທ່ານ Donato Marcos, ຮອງ​ລັດຖະມົນຕີ​ກະຊວງ​ພະລັງງານ ຟີ​ລິບ​ປິນ ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ລະຫວ່າງ​ອົງການສຳນັກງານ - ຫົວໜ່ວຍ​ຈັດ​ຕັ້ງ​ເຫດການແລ້ວ, ກອງ​ປະຊຸມ​​ແກ່ຍາວ​ເປ​ັນ​ເວລາ 3 ວັນ​ນີ້​ຈະ​ປຶກສາ​ຫາລື​ບົດບາດທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ສຳຄັນ​ຂອງ​ພະລັງງານ​ນິວ​ເຄຼຍ​ໃນ​ການ​ເພີ່​​​ມທະວີ​ແຫຼ່ງສະໜອງ​ພະລັງງານ​ຂອງ​ແຕ່ລະ​ປະ​ເທດ, ກໍ່​ຄື​ພິຈາລະນາ​ບັນດາ​ສ່ິງ​ທ້າ​ທາຍ​ກ່ຽວ​ກັບ​ລະບອບ ​ແລະ ຂອບ​ເຂດ​ໃນ​ການພັດທະ​ນາ​ບັນດາ​ກອບ​ນະ​ໂຍບາຍ​ທີ່​ຈຳ​ເປັນ ​ແລະ ​ໂຄງການ​ນິວ​ເຄຼຍຢ່າງມີ​ປະ​ສິດທິຜົນ. ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທີ 4 ​ໃນ​ບັນດາ​ກອງ​ປະຊຸມລະດັບ​ພາກ​ພື້ນ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA). ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ຜູ້ຕາງໜ້າ​ທີ່ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ  IAEA ພ້ອມ​ກັບ​ບັນດາ​ອົງການ, ສຳນັກງານ​ຂອງ​ບັນດາ​ປະ​ເທດ ​ແລະ ສາກົນ.


ຂ່າວ/ບົດ​ອື່ນ