ກອງປະຊຸມຂັ້ນປະທານຄະນະກຳມະການປະສົບກ່ຽວກັບການຂີດເສັ້ນຊາຍແດນ,ປັກຫຼັກໝາຍຊາຍແດນທາງບົກຫວຽດນາມ-ກຳປູເຈຍ

ກອງປະຊຸມຂັ້ນປະທານຄະນະກຳມະການປະສົບກ່ຽວກັບການຂີດເສັ້ນຊາຍແດນ,ປັກຫຼັກໝາຍຊາຍແດນທາງບົກຫວຽດນາມ-ກຳປູເຈຍ - ảnh 1
ກອງ​ປະ​ຊຸມ​ລະ​ຫວ່າງ 2 ຝ່າຍ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ແຕ່​ວັນ​ທີ 18 – 20/10/2016, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ລະ​ຫວ່າງປະ​ທານຄະ​ນະ​ກຳ​ມະການ​ປະ​ສົມ​ກ່ຽວ​ກັບ​ການຂີ​ດ​ເສັ້ນ​ຊາຍ​ແດນ​ທາງ​ບົກ ຫວຽດ​ນາມ - ກຳ​ປູ​ເຈຍ. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ ເລ​ຮ່​ວາຍ​ຈູງ, ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​​ຄະ​ນະກຳ​​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ​ເປັນ​ຫົວ​ໜ້າ​ຄະ​ນະ ແລະ ຄະ​ນະ​ຜູ​້​ແທນ ກຳ​ປູ​ເຈຍ ໂດຍ​ທ່ານ Va Kim Hong, ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ​ຮັບ​ຜ​ິດ​ຊອບ​ວຽກ​ງານ​ຊາຍ​ແດນ​ເປັນ​ຫົວ​ໜ້າ​ຄະ​ນະ. ບົນ​ພື້ນ​ຖານ​ການຊາບ​ຊຶມ​ບັນ​ດາ​ສົນ​ທິ​ສັນ​ຍາ, ສັນ​ຍາ​ທີ່​ໄດ້​ລົງ​ນາມ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ກ້​ວາງ​ຂວາງ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​​ຍັງຄົງ​ຄ້າງ​ເພື່ອ​ສຳ​ເລັດ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​ປັກຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ 2 ປະ​ເທດ. 2 ຝ່າຍ​ຢັ້ງ​ຢ​ືນ​ຄືນ​​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ກຳ​ນົດ​ເສັ້ນ​ຊາຍ​ແດນ​ປີ 1985 ແລະ ສົນ​ທິ​ສັນ​ຍາ​ເພີ່ມ​ເຕີມ​ປີ 2005, ມາ​ຮອດ​ປະ​ຈຸ​ບັນ, 2 ຝ່າຍ​ໄດ້​​ປະ​ຕິ​ບັດ​ສຳ​ເລັດ 83% ປະ​ລິ​ມານ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ​ປັກຫຼັກ​ໝາ​ຍ​ຊາຍ​ແດນ​ໃນ​ເຂດ​ຊາຍ​ແດນ​ທັງ​ໝົດ ແລະ ສະ​ແດງ​ຄວາມ​ຕັ​ດ​ສິນ​ໃຈ​ສຳ​ເລັດ​ວຽກ​ງານ​ດັ່ງ​ກ່າວ​ໂດຍ​ໄວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ສົ່ງ​ກ່​ຸມ​ປະ​ຕິ​ບັດ​ງານ​ພິ​ເສດ ຫວຽດ​ນາມ - ກຳ​ປູ​ເຈຍ ພົບ​ປະ​ກັນ​ໃນ​ຕົ້ນ​ເດືອນ 11/2016 ເພື່​ອ​ກຳ​ນົດ​ທີ່​ຕັ້ງ​ປັກຫຼັກ​ໝາຍ​ຊາຍ​ແດນ 4 ​ບ່ອນໃນ​ພື້ນ​ທີ່​ຕົວ​ຈິງ​ຢູ່​ຄູ່​ຊາຍ​ແດນ​ແຂວງ ດັກ​ລັກ - Mondulkiri, ໄຕ​ນີງ - Svay Rieng ເພື່ອມອບ​ໃຫ້​ບັນ​ດາ​ກອງ​ປະ​ສົມ​ຂີດ​ເສັ້ນ​ຊາຍ​ແດນ 2 ​ປັກຫຼັກ​ໝາຍ​ຊາຍ​ແດນປະ​ເທດ​ດຳ​ເນີນ​ການກໍ່​ສ້າງ​ບັນ​ດາຫຼັກ​ໝາຍ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ