ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຈັດກຽມໃຫ້ກອງປະຊຸມສຸດຍອດອາຊຽນ


ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດຈັດກຽມໃຫ້ກອງປະຊຸມສຸດຍອດອາຊຽນ - ảnh 1
(ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ
ຈັດກຽມໃຫ້ກອງປະຊຸມສຸດຍອດອາຊຽນ)


(vovworld)- ​​ຕອນ​ເຊົ້າ​ວັນ​ທີ 6/9 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປະ​ຊຸມ​ຈັດ​ກຽມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຊື່ງ​ລວມ​ມີ ສະ​ພາ​ປະ​ສານ​ງານ ອາ​ຊຽນ (ACC) ຄັ້ງ​ທີ 18 ແລະ ສະ​ພາ​ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້ນ​ຄົງ ອາ​ຊຽນ (APSC) ຄັ້ງ​ທີ 14. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ.

ທີ່ກອງ​ປະ​ຊຸມ, ສະ​ພາ​ປະ​ສານ​ງານ ອາ​ຊຽນ, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ທັງ​ໝົດ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28-29 ແລະ ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ຂ້ອງ ຈະ​ດຳ​ເນີນ​ໃນ 3 ມື້​ຈະ​ມາ​ເຖິງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ 10 ປະ​ເທດ ອາ​ຊຽນ, 8 ປະ​ເທດ​ຄູ່​ເຈ​ລະ​ຈາ​ຄື: ຈີນ, ສ​ເກົາ​ຫລີ, ຍີ່​ປຸ່ນ, ອິນ​ເດຍ, ອາ​ເມ​ລິ​ກາ, ລັດ​ເຊຍ, ອົດ​ສະ​ຕາ​ລີ, ນິວ​ເຊີ​ແລນ ແລະ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ. ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ລົງ​ນາມ​ໃນ​ບັນ​ດາ​ເອ​ກະ​ສານ​ເປີດກວ້າງ​ສົນ​ທິ​ສັນ​ຍາ​ໄມ​ຕີ​ຈິດ ແລະ ການ​ຮ່ວມ​ມື ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເພື່ອ​ໃຫ້​ບັນ​ດາ​ປະ​ເທດ ຈີ​ເລ, ມາ​ຣົກ ແລະ ອີ​ຢີບ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍານີ້​ຢ່າງ​ເປັນ​ທາງ​ການ, ຍົກ​ຍອດ​ຈຳ​ນວນ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ຂຶ້ນ​ເຖິງ 35 ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ສະ​ເຫນີ: ຄວນ​ບຸ​ລິ​ມະ​ສິດ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ​ປະ​ຈຸ​ບັນ​ຄື: ກໍ່​ການ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນດ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ຂອງ ອາ​ຊຽນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ຄວນ​ມີ​ມາດ​ຕະ​ການ​ຈຳ​ເປັນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ຢູ່ ທະ​ເລ​ຕາ​ເວັນ​ອອກ ແລະ  ເນັ້ນ​ຫນັກວ່າ ຕ້ອງ​ປະ​ຕິ​ບັດ​ຄວາມ​ອົດ​ກັ້ນ, ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ​ມີສົນ​ທິ​ສັນ​ຍາ​​ຂອງ ສ​ປ​ຊ ກ່ຽວ​ກັບກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ໝີ​ບິງ ນັກ​ຂ່າວ VOV ປະ​ຈຳ ສ​ປ​ປ​ລາວ.

 

 

 

 

ຂ່າວ/ບົດ​ອື່ນ