ກອງປະຊຸມຂັ້ນລັດຖະມົນຕີອີຢູປຶກສາຫາລືໄລຍະທາງລວມເພື່ອຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19

(VOVWORLD) -ແຜນການຟື້ນຟູເສດຖະກິດລວມໃຫ້ທົ່ວເອີລົບ ແມ່ນຈຸດສຸມໃນກອງປະຊຸມທາງອອນລາຍລະຫວ່າງລັດຖະມົນຕີບັນດາປະເທດສະມາຊິກອີຢູ ຮັບຜິດຊອບຕະຫຼາດພາຍໃນ ແລະ ອຸດສາຫະກຳ, ຖືກດຳເນີນໃນວັນທີ 15 ພຶດສະພາ.

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືໄລຍະທາງລວມກ່ຽວກັບການຟື້ນຟູ (JRR), ເອກະສານເຊິ່ງປະທານສະພາເອີລົບ ແລະ ປະທານ EC ຍົກອອກມາເມື່ອທ້າຍເດືອນ ເມສາ. JRR ໄດ້ສຸມໃສ່ເຂົ້າໃນຄວາມຈຳເປັນຂອງແຜນການຟື້ນຟູຢ່າງຮອບດ້ານ ແລະ ລົງທຶນ ເພື່ອແນໃສ່ໜູນຊ່ວຍບັນດາພື້ນຖານເສດຖະກິດຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19.

        ຕາມການຖະແຫຼງຂ່າວຂອງບັນດາລັດຖະມົນຕີແລ້ວ, JRR ລວມມີ 4 ຂົງເຂດຕົ້ນຕໍຄື: ຕະຫຼາດລວມໄດ້ຮັບການຟື້ນຟູ ແລະ ເຄື່ອນໄຫວຢ່າງຄົບຖ້ວນ, ຄວາມມານະພະຍາຍາມລົງທຶນທີ່ບໍ່ເຄີຍມີມາກ່ອນ, ການກະທຳທົ່ວໂລກ, ລະບົບຄຸ້ມຄອງການເຄື່ອນໄຫວທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ