ກອງປະຊຸມຂັ້ນສູງ Sochi ເປັນ ໄມ້ງັດ” ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍແລະອາຊຽນ

ກອງປະຊຸມຂັ້ນສູງ Sochi ເປັນ ໄມ້ງັດ” ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລັດເຊຍແລະອາຊຽນ - ảnh 1
(ທ່ານ ຫງວຽນແທງ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ)

(vovworld)- ​ໃນ​ການ​ຕອບ​​ສຳ​ພາດ ຕໍ່​ສຳ​ນັກ​ຂ່າວ​ສານ RIA Novosti ຂອງ​ລັດ​ເຊຍ ກ່ອນກອງ​ປະ​ຊຸມ​​ຂັ້ນ​ສູງ ​ສະ​ເຫຼີມ​ສະຫຼອງ 20 ປີ ​ແຫ່ງການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ອາ​ຊຽນ - ລັດ​ເຊຍ ຢູ່​ນະ​ຄອນ Sochi ໃນ​ລະ​ຫວ່າງວັນ​ທີ 19-20/5, ທ່ານ ຫງວຽນແທງ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ຖືເຫດ​ການນ​ີ້ ເປັນ​ໄມ້​ງັດ ໃຫ້​ແກ່ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ສອງ​ຝ່າຍ ໃນ 3 ຂົງ​ເຂດ: ການ​ເມືອງ-ຄວາມ​ໝັນ​ຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ. ຕາມ​ທ່ານ ຫງວຽນແທງ​ເຊີນ ແລ້ວ, ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ ກໍ​່ຈະ​ຊ່ວຍປັບ​ປຸງ ພື້ນ​ຖານ​​ສັນ​ຕິ​​ພາບ ສະ​ຖຽນ​ລະ​ພາບ ຢູ່​ພາກ​ພື້ນ ​ອາ​ຊີ-​ປາ​ຊີ​ຟິກ.

        ເມື່ອງເຕື້ອງ​ເຖິງ​ແງ່​ຫວັງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ​ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ-ເອີ​ລົບ (EAEU), ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນແທງ​ເຊີນ ໃຫ້​ຮູ້​ວ່າ ໃນ​ຂອບ​ເຂດ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ EAEU ແລະ ຫວຽດ​ນາມ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີທ່າ​ແຮງ​ຂອງ EAEU ເຊັ່ນ: ນົມ, ລົດ​ໃຫຍ່, ເຫຼົ້າ, ຊີ້ນ, ນ້ຳ​ມັນ​ເຊື້ອ​ໄຟ… ຈະ​​ ​ມີ​​​ມີ​ທີ່​ຕັ້ງ​ຢູ່ຕະຫຼາດ​ຫວຽດ​ນາມ ​ຢ່າງງ່າຍ​ດາຍ. ​ກົງ​ກັນ​ຂ້າມ, ສີນ​ຄ້າ​ທີ່​ມີ​ທ່າ​ແຮງ​ຂອງ​ຫວຽດນາມ  ເຊັ່ນ: ເຂົ້າ, ​ໝາກ​ໄມ້, ເມັດ​ແກ່ນ​ປະ​ເພດ​ຕ່າງໆ, ປາ, ເຄື່ອງ​ໃຊ້ໃນ​ຄົວ​ເຮືອນ, ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ເບົາ… ​ສຳ​ຜັດ​ ກັບ​ຕະຫຼາດ EAEU ດ້ວຍ​ພົນ​ລະ​ເມືອງກວ່າ 183 ລ້ານ​ຄົນ ຢ່າງ​ງ່າຍ​ດາ​ຍກວ່າ. ກໍ່​ຕາມ ທ່ານ ທ່ານ ຫງວຽນແທງ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ, ການ​ຮ່ວມ​ມື ລະ​ຫວ່າງ ລັດ​ເຊຍ ແລະ ຫວຽດ​ນາມ  ໃນ​ຂົງ​ເຂດ​ການ​ສຳຫຼວດ ແລະ ຂຸດ​ຄົ້ນ​ນ​ນ້ຳ​ມັນ​ອາຍ​ແກັດ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຕົ້ນ​ຕໍ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ສຸດ. ປັດ​ຈຸ​ບັນ​ນີ້, ​ບໍ​ລິ​ສັດ​ໃຫຍ່​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ​ຫວຽດນາມ (Petro Vietnam) ແລະ ບັນ​ດາ​ ບໍ​ລິ​ສັດ​ນ້ຳ​ມັນ​ບໍ່ແຮ່​ ຂອງ​ລັດ​ເຊຍ ເຊັ່ນ: Gazprom,Rosneft, Zarubezhneft… ເຮັດ​ວຽກ​​ຢ່າງມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ໃນ​ບັນ​ດາ​​ໂຄງ​ການ​ຊອກ​ຫາສຳຫຼວດ ແລະ ​​ຂຸດ​ຄົ້ນ ນ້ຳ​ມັນ​ອາຍ​ແກັດ ໃນ​​ໄຫຼ່​ທະ​ວີບຂອງ​ຫວຽດນາມ, ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ທີ 3. ທັງ​ສອງ​ຝ່າຍ​ກຳ​ລັງ​ຕັ້ງ​ໜ້າ​ກະ​ກຽມ​​ໃຫ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ໃໝ່ ຢູ່ ຫວຽດນາມ ແລະ ລັດ​ເຊຍ.

ຂ່າວ/ບົດ​ອື່ນ