ກອງ​ປ​ະ​ຊຸມ​ຂັ້ນ​ສູງ ຂອງ ເວ​ທີ​ປາ​ໄສ​ຂັ້ນ​ສູງ ແລະ ງານ​ສະ​ແດງ​ສາ​ກົນ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ 4.0

(VOVWORLD) -ຕອນເຊົ້າວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ສົບທົບກັບບັນດາກະຊວງ, ຂະແໜງການຈັດຕັ້ງກອງປະຊຸມຂັ້ນສູງຂອງເວທີປາໄວຂັ້ນສູງ ແລະ ງານວາງສະແດງສາກົນກ່ຽວກັບອຸດສາຫະກຳ 4.0 (Industry 4.0 Summit 2019). 
ກອງ​ປ​ະ​ຊຸມ​ຂັ້ນ​ສູງ ຂອງ ເວ​ທີ​ປາ​ໄສ​ຂັ້ນ​ສູງ ແລະ ງານ​ສະ​ແດງ​ສາ​ກົນ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ 4.0 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຸດຶກດາມກ່າວຄຳເຫັນທີ່ການສົນທະນາ (ພາບ: TTXVN) 

ດ້ວຍຫົວຂໍ້ “ແຜນນະໂຍບາຍ ແລະ ໂຄງການດຳເນີນງານຂອງ ຫວຽດນາມ ໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ 4.0”, ເວທີປາໄສໄດ້ແນະນຳກ່ຽວກັບວິທີການສ້າງບັນດາເນື້ອໃນພື້ນຖານຂອງມະຕິກົມການເມືອງ ກ່ຽວກັບບາງແຜນນະໂຍບາຍ, ນະໂຍບານໃນການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4” ແລະ ບັນດາບົດລາຍງານກ່ຽວກັບບັນຫາຍຸດທະສາດ ການປະຕິວັດອຸດສາຫະກຳ 4.0 ແຫ່ງຊາດຂອງ ຫວຽດນາມ, ກ່ຽວກັບການຫັນປະເທດຊາດເປັນດີຈີຕອນມຸ່ງໄປສູ່ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.

ບັນດາກອງປະຊຸມສຳມະນາຫົວເລື່ອງສະເພາະໄດ້ສຸມໃສ່ 5 ຫົວຂໍ້ຕົ້ນຕໍ ລວມມີ: ທະນາຄານອັດສະລິຍະ, ນະຄອນອັດສະລິຍະ, ການຜະລິດອັດສະລິຍະ, ພະລັງງານອັດສະລິຍະ ແລະ ເສດຖະກິດດີຈີຕອນ.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງໃຫ້ຮູ້ວ່າ ການປະຕິວັດອຸດສາຫະກຳ 4.0 ແມ່ນ ທ່າອ່ຽງທີ່ຍິ່ງໃຫຍ່, ພວມເກີດຂື້ນໃນທົ່ວໂລກດ້ວຍການພັດທະນາຂອງວິທະຍາສາດ ແລະ ເຕັກໂນໂລຢີ ຢ່າງແຮງ ເຊິ່ງ ຫຼັກແຫຼ່ງແມ່ນອຸດສາຫະກຳດີຈີຕອນ, ເຮັດໃຫ້ຂົງເຂດການຜະລິດ, ດຳເນີນທຸລະກິດ, ຊີວິດວັດທະນະທຳ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີການປ່ຽນແປງຢ່າງວ່ອງໄວ ແລະ ແຂງແຮງ, ສ້າງໂອກາດ ແລະ ວາງອອກສິ່ງທ້າທາຍໃຫ້ທຸກໆປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ