ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ

(VOVWORLD) - ຕອນບ່າຍວັນທີ 28 ພະຈິກ, ໜັງສືພິມເສດຖະກິດ Aju ໄດ້ສົມທົບກັບສະຖາບັນຄົ້ນຄວ້າເສດຖະກິດ ແລະ ການເງິນທົ່ວໂລກ (GEFRI) ຈັດຕັ້ງ “ເວທີປາໄສການນຳເພດຍິງທົ່ວໂລກ 2019” ຄັ້ງທີ 1 ຢູ່ນະຄອນຫລວງ ເຊີອຸນ, ເພື່ອແນໃສ່ເຊີດຊູບົດບາດຂອງແມ່ຍິງໃນບັນດາການເຄື່ອນໄຫວສັງຄົມ ແລະ ເສດຖະກິດປັດຈຸບັນ. 
ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ເວທີປາໄສແມ່ນການເຄື່ອນໄຫວຢູ່ນອກກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນເຈລະຈາ ອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ຂອງ - ສ.ເກົາຫຼີ ຄັ້ງທີ 1, ປະກອບສ່ວນຍູ້ແຮງບັນດາການເຄື່ອນໄຫວດ້ານການເມືອງ, ພົວພັນແລກປ່ຽນວັດທະນະທຳຢູ່ພາກພື້ນ ອາຊີ.

        ຕາງໜ້າຄະນະຜູ້ແທນ ຫວຽດນາມ, ທ່ານນາງ ຫງວຽນເຟືອງອີ ຫົວໜ້າໜ່ວຍງານ Marketing ຂອງບໍລິສັດ FPT ປະຈຳ ສ.ເກົາຫຼີ ໃຫ້ຮູ້ວ່າ: FPT ມີພາລະກອນຍິງກ່ວາ 40%.

        ຕາມທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF), ອັດຕາເຂົ້າຮ່ວມການເຄື່ອນໄຫວສັງຄົມຂອງແມ່ຍິງ ຫວຽດນາມ ແມ່ນ 73% ແລະ ແມ່ຍິງ ຫວຽດນາມ ປະກອບກ່ວາ 40% ເຂົ້າໃນ GDP.

ຕອບກັບ

ຂ່າວ/ບົດ​ອື່ນ