ກອງປະຊຸມຂັ້ນສູງ ອາຊຽນ+3 ຄັ້ງທີ 26 ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ, ອາຊຽນ - ການາດາ

(VOVWORLD) - ອາຊຽນ +3 ຕ້ອງຍູ້ແຮງການແລກປ່ຽນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ຫຼາຍຝ່າຍ; ເປີດກວ້າງບັນດາຂົງເຂດຮ່ວມມື
ກອງປະຊຸມຂັ້ນສູງ ອາຊຽນ+3 ຄັ້ງທີ 26 ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ, ອາຊຽນ - ການາດາ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈີງ ແລະ ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ)

            ຕອນບ່າຍວັນທີ 06 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ການນຳບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ+3 ຄັ້ງທີ 26 (ກັບຈີນ, ຍີ່ປຸ່ນ, ສ.ເກົາຫຼີ) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ແລະ ອາຊຽນ - ການາດາ.

            ທີ່ກອງປະຊຸມຂັ້ນສູງ ອາຊຽນ+3 ຄັ້ງທີ 26, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ: ອາຊຽນ +3 ຕ້ອງຍູ້ແຮງການແລກປ່ຽນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ຫຼາຍຝ່າຍ; ເປີດກວ້າງບັນດາຂົງເຂດຮ່ວມມື, ໂດຍສະເພາະແມ່ນ: ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ, ການຄ້າເອເລັກໂຕຼນິກ, ເຕັກໂນໂລຢີສີຂຽວ… ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັນຊຸກຍູ້ບັນດາຂອບການຮ່ວມມືແມ່ນໍ້າຂອງ - ແມ່ນ້ຳ ລ້ານຊ້າງ, ແມ່ນ້ຳຂອງ - ຍີ່ປຸ່ນ ແລະ ແມ່ນ້ຳຂອງ - ສ.ເກົາຫຼີ. ກອງປະຊຸມຂັ້ນສູງ ອາຊຽນ+3 ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການພັດທະນາລະບົບນິເວດລົດໄຟຟ້າ.

            ທີ່ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ຄັ້ງທີ 11, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ ອາຊຽນ ສົມທົບກັບ ອາເມລິກາ ຜັນຂະຫຍາຍບັນດາຂໍ້ລິເລີ່ມອະນາຄົດ ອາຊຽນ - ອາເມລິກາ ກ່ຽວກັບສຸຂະພາບ, ການສຶກສາ, ພະລັງງານ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ອາເມລິກາ ຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສືບຕໍ່ໜູນຊ່ວຍການພັດທະນາເຂດອະນຸພາກພື້ນແມ່ນ້ຳຂອງ ຜ່ານກົນໄກຮ່ວມມືແມ່ນ້ຳຂອງ - ອາເມລິກາ. ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ ຄັ້ງທີ 11 ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຮ່ວມມືໂດຍອີງໃສ່ພື້ນຖານທັດສະນະ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP).

            ທີ່ກອງປະຊຸມຂັ້ນສູງ ອາຊຽນ - ການາດາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນັ້ນໜັກວ່າ, ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຍົກການພົວພັນ ອາຊຽນ - ການາດາ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ສະເໜີໃຫ້ສອງຝ່າຍສຸມໃສ່ຊຸກຍູ້ການແລກປ່ຽນການຄ້າ, ການລົງທຶນ, ເຊື່ອມຕໍ່ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ການາດາ ຈະໜູນຊ່ວຍບັນດາປະເທດ ອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ ໃນການຫັນປ່ຽນພະລັງງານ, ຫຼຸດຜ່ອນບັນດາຜົນກະທົບ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມສຸດຍອດອາຊຽນ-ການາດາໄດ້ຮັບຮອງເອົາຖະແຫຼງການວ່າດ້ວຍການເພີ່ມທະວີການຮ່ວມມືຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການພາຍຫຼັງວິກິດການ.

            ກໍ່ທີ່ບັນດາກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ  ພ້ອມກັບການນຳບັນດາປະເທດ ອາຊຽນ ສະເໜີໃຫ້ບັນດາຄູ່ຮ່ວມມືສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ມຸ່ງໄປເຖິງການສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ