ກອງປະຊຸມຂັ້ນສູງກ່ຽວກັບຊາວອົບພະຍົບແລະຊາວລິ້ໄພຮັບຮອງເອົາຖະແຫຼງການນິວຢອກ

ກອງປະຊຸມຂັ້ນສູງກ່ຽວກັບຊາວອົບພະຍົບແລະຊາວລິ້ໄພຮັບຮອງເອົາຖະແຫຼງການນິວຢອກ   - ảnh 1
ຊາວອົບພະຍົບໃນເຮືອລຳໜີ່ງ
(ພາບ: AP)

(vovworld) – ວັນ​ທີ 19/9, ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຊາວ​ອົບ​ພະຍົບ ​ແລະ ຜູ້​ລິ້​ໄພ​ທີ່​ສຳນັກງານ ສປຊ, ຢູ່​ນິວ​ຢອກ, ປະ​ເທດ ອາ​ເມ​ລິ​ກາ, ບັນດາ​ປະມຸກ​ລັດ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 193 ປະ​ເທດ​ສະມາຊິກ ສປຊ ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ນິວ​ຢອກ, ​ເຊິ່ງລວມມີ​ບັນດາ​ຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ແຜນການ​ໜຶ່ງຢ່າງ​ຄົບ​ຊຸດ​ເພື່ອ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບ ​ແລະ ຊາວ​ລິ້​ໄພ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki moon ​ເນັ້ນ​ໜັກ​ວ່າ: ຖະ​ແຫຼ​ງການ ນິວຢອກ ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ ສປຊ ​ແມ່ນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທຸກໆ​ຄູ່​ຮ່ວມ​ມື​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ລວມ​​ແນ​ໃສ່​ປົກ​ປ້ອງ​ສິດ​ທິມະນຸດຂອງ​ຊາວ​ອົບ​ພະຍົບ ​ແລະ ຊາວ​ລິ້​ໄພທຸກ​ຄົນ. ຖ້າ​ຫາກ ຖະ​ແຫຼ​ງການ​ນິວຢອກ ​​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຈະ​ສ້າງ​ກົນ​ໄກ​ເປັນ​ປົກກະຕິ, ມີ​ຄວາມຮັບ​ຜິດ​ຊອບກ່ວາ​ເພື່ອ​ບັນດາ​ປະ​ເທດ​ສະມາຊິກ ສປຊ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ສະພາບ​ການ​ຊາວ​ອົບ​ພະຍົບ ​ແລະ ຊາວ​ລິ້​ໄພ​ນັບ​ມື້​ນັບ​ຫຼາຍ​ຢູ່ໃນ​ໂລກ.


ຂ່າວ/ບົດ​ອື່ນ