ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມໄດ້ອັດລົງ, ຮັບຮອງເອົາບັນດາເອກະສານສຳຄັນ

(VOVWORLD) -ວັນທີ 27 ຕຸລາ ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ Baku ປະເທດ ໄອແຊກໄບຢານ. 

ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມໄດ້ອັດລົງ, ຮັບຮອງເອົາບັນດາເອກະສານສຳຄັນ - ảnh 1 ກອງປະຊຸມຂັ້ນສູງຂະບວນການບໍ່ຮ່ວມກຸ່ມ ໄດ້ອັດລົງ ຢູ່ Baku 

ພາບ:TTXVN

ບັນດາການນຳຂັ້ນສູງບັນດາປະເທດສະມາຊິກ ຂອງຂະບວນການດັ່ງກ່າວໄດ້ຮັບຮອງເອົາບັນດາເອກະສານສຳຄັນ, ໃນນັ້ນ ມີເອກະສານສະບັບສຸດທ້າຍຂອງກອງປະຊຸມຂັ້ນສູງ, ຖະແຫລງການ Baku, ຖະແຫລງການກ່ຽວກັບບັນຫາ ປາແລດສະຕີນ ແລະ ສານຂອບໃຈ ແລະ ຄວາມສາມັກຄີ ສຳລັບລັດຖະບານ ແລະ ປະຊາຊົນ ໄອແຊກໄບຢານ. ບັນດາເອກະສານ ຂອງກອງປະຊຸມໄດ້ຢັ້ງຢືນຄືນຄຸນຄ່າ ແລະ ຄວາມສຳຄັນຂອງບັນດາຫລັກການ Bangkung ຄວາມມານະພະຍາຍາມເພີ່ມທະວີຄວາມສາມັກຄີຂະບວນການເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເພີ່ມທະວີການຮ່ວມມືເສດຖະກິດ ຊຸກຍຸ້ການຫລຸດຜ່ອນອາວຸດ, ປະຕິຮູບ ສປຊ.

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ໄດ້ ປະກອບຄຳເຫັນຫລາຍຢ່າງທີ່ກອງປະຊຸມຄັ້ງນີ້ ແລະ ພົບປະສອງຝ່າຍຢູ່ນອກກອງປະຊຸມ ແລະ ເຂົ້າຮ່ວມພິທີສະເຫລີມສະຫລອງ 60 ປີແຫ່ງວັນທ່ານປະທານ ໂຮ່ຈີມິນ ຢ້ຽມາມ ໄອແຊກໄບຢານ.

 

ຕອບກັບ

ຂ່າວ/ບົດ​ອື່ນ