ກອງ​ປະ​ຊ​ຸມ​ຂັ​້ນ​ສູງ​ຄັ້ງ​ທີ 7 ສຳ​ພັນ​ທະ​ມິດ​ ຮະ​ລອງ - ກ໊​າດ​ບ່າ

(VOVWORLD) -ຕອນບ່າຍວັນທີ 25 ກັນຍາ, ຢູ່ນະຄອນຮະລອງ (ຂວາງ ກ໋ວາງນິງ), ອົງການ ອະນຸລັກຮັກສາທຳມະຊາດສາກົນ (IUCN) ໄດ້ຈັດຕັ້ງກອງປະຊຸມຂັ້ນການນຳຄັ້ງທີ 7ເພື່ອແນໃສ່ຕີລາຄາການເຄື່ອນໄຫວຂອງໂຄງການສຳພັນທະມິດ ຮະລອງ - ກ໊າດບ່າ ໂດຍອົງການພັດທະນາສາກົນ ອາເມລິກາ (USAID) ອຸປະຖຳ.
ກອງ​ປະ​ຊ​ຸມ​ຂັ​້ນ​ສູງ​ຄັ້ງ​ທີ 7 ສຳ​ພັນ​ທະ​ມິດ​ ຮະ​ລອງ - ກ໊​າດ​ບ່າ - ảnh 1ກອງປະຊຸມຂັ້ນສູງຄັ້ງທີ 7 ສຳພັນທະມິດ ຮະລອງ - ກ໊າດບ່າ 

ຜ່ານການປະຕິບັດຂໍ້ລິເລີ່ມສຳພັນທະມິດ ຮະລອງ - ກ໊າດບ່າມາເປັນ ເວລາ 5 ປີ, ອົງການ ອະນຸລັກ ຮັກສາທຳມະຊາດສາກົນໄດ້ປະສານງານ ແລະ ປະຕິບັດບັນດາການເຄື່ອນໄຫວໂດຍສຸມໃສ່ສອງຂົງເຂດຕົ້ນຕໍແມ່ນ ປັບປຸງຄຸນນະພາບນ້ຳ ແລະ ອະນຸລັກຮັກສາ ຊີວະນາໆພັນ. ອີງຕາມບັນດາຂໍ້ສະເໜີ ຂອງອົງການ ອະນຸລັກທຳມະຊາດສາກົນ, ແຂວງກ໋ວາງນິງ ແລະ ນະຄອນຫ໋າຍຟ່ອງ ໄດ້ສ້າງແຜນການກະທຳ, ນະໂຍບາຍເພື່ອແນໃສ່ຫຼຸດຜ່ອນຂີ້ເຫຍື້ອຢູ່ ອ່າວຮະລອງ ແລະ ອ່າວກ໊າດບ່າ.

        ທ່ານ Jake Brunner, ຜູ້ຮັກສາການຫົວໜ້າຜູ້ຕາງໜ້າອົງການອະນຸລັກຮັກສາທຳມະຊາດສາກົນ ປະຈຳຫວຽດນາມ, ໃຫ້ຮູ້ວ່າ ຕ້ອງມີຄວາມມານະພະຍາຍາມ ແລະ ຮ່ວມມືໃຫ້ຫຼາຍກ່ວາອີກ ລະຫວ່າງ ກ໋ວາງນິງ ແລະ ຫ໋າຍຟ່ອງ ໃນການສ້າງສຳເນົາເອກະສານໃຫ້ສົມບູນແບບເພື່ອຢື່ນສະເໜີຕໍ່ UNESCO. ທ່ານ Jake Brunner ກ່າວວ່າ:

        ໃນໄລຍະຈະມາເຖິງຍັງມີຫຼາຍວຽກງານສຳຄັນທີ່ຕ້ອງປະຕິບັດເພື່ອສືບຕໍ່ບັນດາ ໝາກຜົນຂອງໂຄງການຄືບັນຫາຜົນກະທົບຂອງການຂະຫຍາຍການທ່ອງທ່ຽວຢ່າງກ້ວາງຂວາງຕໍ່ຄຸນນະພາບນ້ຳ ແລະ ບັນດາສັດສາວາສິ່ງຊະນິດຕ່າງໆ, ການປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນຂີ້ເຫຍື້ອຢາງປລາດສະຕິກ ແລະ ປັບປຸງຄຸນນະພາບນ້ຳເພື່ອແນໃສ່ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມ ພິເສດແມ່ນສ້າງນະໂຍບາຍລວມໃນການຄຸ້ມຄອງມໍລະດົກ ເພື່ອຢື່ນສະເໜີຕໍ່ UNESCO ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ