ກອງປະຊຸມຂັ້ນສູງປະຈຳປີລະຫວ່າງແຂວງ ກວາງນາມ ແລະ ເຊກອງ ປີ 2012

ກອງປະຊຸມຂັ້ນສູງປະຈຳປີລະຫວ່າງແຂວງ ກວາງນາມ ແລະ ເຊກອງ ປີ 2012 - ảnh 1
ຜູ້ຕາງໜ້າແຂວງແຂວງ​ກວາງ​ນາມ - ​ເຊ​ກອງ ລົງນາມໂຄງການຮ່ວມມືປີ 2012
( ພາບ: chinhphu.vn )


( vovworld ) -   ວັນ​ທີ 11/6, ຢູ່ສູນ​ກອງ​ປະຊຸມ​ແຂວງ ກວາງ​ນາມ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປະຈຳ​ປີລະຫວ່າງ​ແຂວງ​ກວາງ​ນາມ - ​ເຊ​ກອງ ປີ 2012. ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ເຊ​ກອງ ​ແລະ ກວາງ​ນາມ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບສະພາບ​ເສດຖະກິດ​ສັງຄົມ​ກໍ່​ຄື​ໝາກຜົນ​ການ​ຮ່ວມ​ມືລະຫວ່າງ​ແຂວງ​ກວາງ​ນາມ ​ແລະ ​ເຊ​ກອງ ພາຍຫຼັງ​​ກອງ​ປະຊຸມ​ປະຈຳ​ປີ 2011 ຢູ່​ເມືອງ ລະ​ມາ​ມ ​ແຂວງ​ເຊ​ກອງ, ປຶກສາ​ຫາລື​ທິດທາງ​ການ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ມາ​ຮອດ​ປະຈຸ​ບັນ, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ສຳ​ຫຼວດ 60/60 ຈຸດປັກຫັຼກໝາຍຊາຍ​ແດນ, ກໍ່ສ້າງ​ໄດ້ 48 ຫັຼກໝາຍ, ບັນລຸ 80% ​ຂອງແຜນການ ​ແລະ ສູ້ຊົນສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນໃນ​ປີ 2012 . ກຳລັງ​ທີ່​ກ່ຽວຂ້ອງຂອງສອງ​ແຂວງຢູ່​ດ່ານ​ຊາຍ​ແດນ ນາມ​ຢາງ - ດັກ​ຕາ​ອອກ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ, ປະ​ກອບ​ສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ຕັ້ງໜ້າ. ສອງ​ແຂວງ​ໄດ້ປະສານ​ສົມທົບ​ກັນ​ສ້າງ​ບັນດາ​ຮູບ​ແບບ​ກະສິກຳ ປ່າ​ໄມ້ ຢູ່​ແມື​ອງ ດັກ​ຈຶງ - ກະລຶມ, ຈັດ​ຕັ້ງ​ຊຸດຝຶກ​ອົບ​ຮົມດ້ານ​ເຕັກນິກ​ສ້າງ​ຮູບ​ແບບກະ​ເສດ​ສູ​ມປູກ​ເຂົ້າ, ສາລີ, ​ເຂົ້າໜຽວ, ພືດຜັກ​ສະນິດ​ຕ່າງໆ… ​ແຂວງກວາງ​ນາມ ​ໄດ້ ​ແລະ ພວມ​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ນັກ​ສຶກສາລາວ 65 ຄົນ​ຂອງ​ແຂວງ​ເຊ​ກອງ ມາ​ຮໍ່າຮຽນ​ຢູ່​ບັນດາວິທະຍາ​ໄລ ແລະ ມະຫາວິທະຍາ​ໄລ.

ຂ່າວ/ບົດ​ອື່ນ