ກອງປະຊຸມຂັ້ນສູງລັດເຊຍ-ອາຊຽນສິ້ນສຸດລົງຢ່າງຈົບງາມ

ກອງປະຊຸມຂັ້ນສູງລັດເຊຍ-ອາຊຽນສິ້ນສຸດລົງຢ່າງຈົບງາມ - ảnh 1
ບັນດາການນຳເຂົ້າຮ່ວມກອງປະຊຸມ
(ພາບ: nhandan.com.vn)

(vovworld) – ພາຍຫຼັງ​ເຮັດ​ວຽກມາ​ເປັນ​ເວລາ 2 ວັນ, ຕອນ​ຄຳ່​ວັນ​ທີ 20/5 (ຕາມ​ເວລາ​ທ້ອງ​ຖິ່ນ), ກອງ​ປະຊຸມຂັ້ນ​ສູງສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ ​ໄດ້ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ບັນດາ​ການ​ນຳ ລັດ​ເຊຍ - ອາ​ຊຽນ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ລັດ​ເຊຍ - ອາ​ຊຽນ, ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ ອາ​ຊຽນ - ລັດ​ເຊຍ ​ແລະ ຮ່ວມ​ມື​ຢ່າງ​ເລິກ​​ເຊິ່ງ ​ແລະ ກ້ວາງ​ຂວາງ​​ໃນ​ຫຼາຍ​ຂົງ​ເຂດ. ຖະ​ແຫຼ​ງການ​ຮ່ວມ​ຊີ້​​ແຈ້ງ​ການປະຕິບັດ​ບັນດາ​ຫຼັກການ, ຈຸດໝາຍ, ຄຸນຄ່າ ​ແລະ ຂໍ​້ກຳນົດ​ລວມທີ່​ໄດ້​ລະ​ບຸ​ໄວ້​ໃນ​ກົດ​ບັດ ສປຊ, ສົນທິສັນຍາ​ສະໜິດສະໜົມ ​ແລະ ການຮ່ວມ​ມືຢູ່ ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC)… ຖະ​ແຫຼ​ງການ​ໄດ້​ຢຳ້ຄືນ​ຄຳ​ໝັ້ນ​ສັນຍາ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່​ໄດ້ເຊັນ​ໃນ​ປີ 2005 ຢູ່ Kuala Lumpur ປະ​ເທດ ມາ​ເລ​ເຊຍ ​ແລະ ຖະ​ແຫຼ​ງການ​ຮ່ວມຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍ, ປະ​ເທດ ຫວຽດນາມ, ​ເຊັນ​ໃນ​ປີ 2010.

        ກ່ຽວ​ກັບ​ວຽກ​ງານ​ຜັນຂະຫຍາຍ, ບັນດາ​ການ​ນຳ ອາ​ຊຽນ ​ແລະ ລັດ​ເຊຍ ​ເຫັນ​ດີ​ເປັນ​ເອກະສັນ​ມອບ​ໃຫ້​ບັນດາ​ອົງກາ​ນກ່ຽວຂ້ອງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ສະຫະພັນ ລັດ​ເຊຍ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ມາດ​ຕະການ​ຈຳ​ເປັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຖະ​ແຫຼ​ງການ. ​ເລື່ອງ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການຈະ​ໄດ້ຮັບ​ການ​ສຳ​ຫຼວດ​ກວດກາ​ປະຈຳ​ປີຜ່ານ​ຂອບ​ເຂດ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ.


ຂ່າວ/ບົດ​ອື່ນ