ກອງປະຊຸມຂັ້ນສູງລະຫວ່າງກະຊວງຍຸຕິທຳສອງປະເທດຫວຽດນາມ-ລາວ

ກອງປະຊຸມຂັ້ນສູງລະຫວ່າງກະຊວງຍຸຕິທຳສອງປະເທດຫວຽດນາມ-ລາວ - ảnh 1
ພິທີ​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ປີ 2016 ລະຫວ່າງ​
ກະຊວງ​ຍຸຕິ​ທຳສອງ​ປະ​ເທດ​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຕຸລາການ
(ພາບ: vietnam+)

(vovworld) - ຕອນ​ບ່າຍ​ວັນ​ທີ 24/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຍຸຕິ​ທຳ​ຫວຽ​ດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ ຮ່າ​ຮຸ່ງ​ເກື່ອງ ນຳ​ໜ້າ, ​ໄດ້​ມີ​ການ​ເຈລະຈາ​ກັບ​ຂັ້ນ​ສູງ​​ຄະນະ​ຜູ້​ແທນກະຊວງ​ຍຸຕິ​ທຳລາວ, ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ ບຸນ​ເກີດ ສັງ​ສົມ​ສັກ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ ການ​ເຄື່ອນ​ໄຫວ​ຮ່ວມ​ມື​ປີ 2015 ລະຫວ່າງກະຊວງ​ຍຸຕິ​ທຳສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ແລກປ່ຽນ​ຄະນະ, ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ; ການ​ຄຸ້ມ​ຄອງ​ຄະນະ​ນັກ​ທະນາຍຄວາມ ​ແລະ ບັນດາ​ບໍລິສັດ​ກົດໝາຍ… ສອງ​ຝ່າຍ​ພ້ອມ​ກັນ​ແລກປ່ຽນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ, ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຕຸລາການ​ໃນ​ຂອບ​ເຂດ​ອາ​ຊຽນ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ​ບັນດາ​ປະ​ເທດ​ອາ​ຊຽນ.

        ສິ້ນ​ສຸດ​ການ​ເຈລະຈາ, ລັດຖະມົນຕີ​ວ່າການ​ທັງ​ສອງ​ທ່ານ ​ໄດ້​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ​ໃນ​ໂຄງການ​ຮ່ວມ​ມື​ປີ 2016 ລະຫວ່າງ​ ກະຊວງ​ຍຸຕິ​ທຳສອງ​ປະ​ເທດ​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຕຸລາການ.

 

ຂ່າວ/ບົດ​ອື່ນ