ກອງ​ປະຊຸມ​ຂັ້ນ​ສູງ​​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຄັ້ງ​ທີ23ປຶກສາຫາລືຫຼາຍບັນຫາສຳຄັນ

ກອງ​ປະຊຸມ​ຂັ້ນ​ສູງ​​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຄັ້ງ​ທີ23ປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1
ໄຂກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີປາຊີຟິກຄັ້ງທີ23
(ພາບ: TTXVN)

(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຄັ້ງ​ທີ 23 (APEC 23) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາ​ງການ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11, ຢູ່​ສູນ​ກອງ​ປະຊຸມ​ສາກົນ​ ທີ່​ນະຄອນຫຼວງ​ມາ​ນີລາ ຟີ​ລິບ​ປີນ. ປະທານາທິບໍດີ ຟີ​ລິບ​ປິນ Benigno Aquino ​ເປັນ​ເຈົ້າພາບ​ຕ້ອນຮັບ​ບັນດາ​ປະມຸກ​ລັດ ​ແລະ ການ​ນຳ​ຂັ້ນ​ສູງທີ່​ມາຈາກ 20 ພື້ນຖານ​ເສດຖະກິ​ດສະມາຊິກ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ປະທານາທິບໍດີ ຟີ​ລິບ​ປິນ Benigno Aquino ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຂອງ​ກອງ​ປະຊຸມ ດ້ວຍ​ຫົວ​ຂໍ້ “ພັດທະນາ​ເສດຖະກິດ, ກໍ່ສ້າງ​ໂລກ​ໃຫ້​ດີງາມ​ກວ່າ“; ພ້ອມ​ທັງ​ຢືນຢັນ​ວ່າ, ​ໃນ​ສະພາບ​ສາກົນ​ໃໝ່, APEC ສືບ​ຕໍ່​ແມ່ນ​ກົນ​ໄກ​ຮ່ວມ​ມື​ເສດ​ຖະກິດ​​ແຖວ​ໜ້າ​ໃນ​ພາກ​ພື້ນ. ຮ່ວມ​ມື​ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ ​ແລະ ປະກອບສ່ວນ​ຢ່າງ​ແຮງ ​ເພື່ອ​ແນ​ໃສ່​ຮັບປະກັນ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ​ຢູ່​ທັງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ພາຍຫຼັງພິທີ​ໄຂ, ບັນດາ​ການ​ນຳ APEC ​ໄດ້​ປະຊຸມ​ວາລະ​ທຳ​ອິດ ດ້ວຍ​ຫົວ​ຂໍ້ “ການ​ເຕີບ​ໂຕ​ໄປ​ທົ່ວ ​ໂດຍ​ຜ່ານ​ການ​ຮ່ວມ​ສຳພັນ​ດ້ານ​​ເສດຖະກິດ“. ບັນດາ​ການ​ນຳ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ສຳ​ເລັດ​ທຸກ​ເປົ້າ​ໝາຍ Bogor ​ໃນ​ປີ 2020, ມຸ່ງ​ໄປ​ເຖິງການ​ຫັນ​ເຂດ​ການ​ຄ້າ​ເສລີອາຊີ - ປາຊີ​ຟິກ (FTAAP) ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ສືບ​ຕໍ່​ຢືນຢັນ​ສະໜັບສະໜູນ​ການ​ປັບປຸງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ​ບັນດາ​ມາດ​ຕະການ​ລະອຽດ ກ່ຽວ​ກັບ​ການ​ເພີ່ມຄຸນ​ນະພາ​ບ, ການ​ຮ່ວມ​ມື​ບໍລິການ, ການ​ປະຕິ​ຮູບ​ອົງ​ປະກອບ, ​​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ, ນ້ອຍ ​​ແລະ ນ້ອຍ​ທີ່​ສຸດ ​​​ເຂົ້າ​ຕະຫຼາດ​ທົ່ວ​ໂລກ, ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ.

ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ເຖິງ​ແງ່​ຫວັງ​ຕັ້ງໜ້າ​ຂອງ​ວິວັດທະນາ​ການ​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ, ພ້ອມ​ທັງ​ສະ​ເໜີ ​ເພື່ອ​ຮັບປະກັນ​​ໃຫ້ການ​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ​​ມີ​ປະສິດທິ​ຜົນ​ນັ້ນ, ​ແມ່ນ​ຕ້ອງ​ຕິດ​ພັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ສຳພັນ​ກັບ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ 2030 ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນທາງ​ດ້ານ​ເສດຖະກິດ,ວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ບັນດາ​ປະ​ເທດ​ພາຄີ ​ແລະ ວິ​ສາ​ຫະກິດ APEC ຄວນ​ເຂົ້າ​ຮ່ວມ ​ແລະ ໜູນ​ຊ່ວຍ​ບັນດາ​ໂຄ​ງການ​ຮ່ວມ​ສຳພັນ​ອະນຸ​ພາກ​ພື້ນ ​ແລະ ພາກ​ພື້ນ. ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊີ້​ແຈ້ງວ່າ:

​ເພື່ອ​ໃຫ້ APEC ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ ​ແລະ ກຳລັງ​ໜູນ​ຮ່ວມ​ສຳພັນ​ຂອງ​ພາກ​ພື້ນ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ, ໜູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມືອະນຸ​ພາກ​ພື້ນ ​ແລະ ພາກ​ພື້ນຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ, ໃນ​ນັ້ນ​ມີ​ປະຊາ​ຄົມ​ເສດຖະກິດອາ​ຊຽນ, ​ອະນຸ​ພາກ​ພື້ນ​ແມ່ນຳ້ຂອງ. ພ້ອມ​ທັງ​ເພີ່ມ​ທະວີ​ການ​ປະກອບສ່ວນ ​ແລະ ຍົກ​ສູງ​ບົດບາດ​ຂອງ APEC ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ. ບັນດາ​ສະມາຊິກ APEC ໃຫ້​ບຸລິ​ມມະ​ສິດ​ສູງ​ກວ່າ​ແກ່​ການ​ປະຕິ​ຮູບ​ອົງ​ປະກອບ​ຢ່າງ​ຄົບ​ຊຸດ​ທັງ 3 ​ເສົາ​ຄຳ້. ຫວຽດນາມ​ເຫັນ​ດີ​ຮັບຮອງ​ເອົາ “​ໂຄງການ​ດຳ​ເນີນ​ງານ APEC​ ໃໝ່​ກ່ຽວ​ກັບ​ການ​ປະຕິ​ຮູບ​ອົງ​ປະກອບ“

 

​​​ເມື່ອ​ຊີ້​ແຈ້ງ​ເຖິງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື APEC  ​ແລະ ການ​ຮ່ວມ​ສຳພັນ​ເສດຖະກິດ​ໃນ​ພາກ​ພື້ນ, ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ  ຢືນຢັນ​ວ່າ ດ້ວຍ​ວິວັດທະນາ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ຮອບດ້ານ, ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ແມ່ນ​ຢາກ​ເຕີບ​ໂຕ ​ແມ່ນ​ຕ້ອງ​ຍູ້​ໄວ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ; ຢາກ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແມ່ນ​ຕ້ອງ​ປະຕິ​ຮູບ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ລະບອບ​ເສດຖະກິດ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ພັດທະນາ​​ໂຄງປະກອບ​ໂຄງ​ລ່າງ. ມຸ່ງ​ໄປ​ເຖິງ​ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ປີ APEC 2017, ຫວຽດນາມ​ ຈະ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ຊຸກຍູ້​ການ​ຮ່ວມ​ສຳພັນ​ດ້ານ​​ເສດຖະກິດ ​ເພື່ອ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ວັດ​ທະນາ​ຖາວອນ.

​ໃນວາລະ​ອັດ APEC 23 ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 19/11, ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ ຖະ​ແຫຼ​ງການ 2 ສະບັບ​ຂອງ​ບັນດາ​ການ​ນຳ APEC ກ່ຽວ​ກັບ “ການ​ພັດທະນາ​ເສດຖະກິດ​​ໄປ​ທົ່ວ, ກໍ່ສ້າງ​ໂລກ​ໜຶ່ງ​ທີ່​ດີງາມ​ກວ່າ: ວິ​ໄສ​ທັດ​ກ່ຽວ​ກັບ​ປະຊາ​ຄົມ​ອາຊີ - ປາຊີ​ຟິກ“ ​ແລະ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ສະໜັບສະໜູນ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ກອງ​ປະຊຸມ​ລັດຖະມົນຕີ WTO ຄັ້ງ​ທີ 10“, ພ້ອມ​ກັບ​ເອກະສານ​ຕິດ​ພ້ອມ 2 ສະບັບ​ນັ້ນ​ແມ່ນ “ຍຸດ​ທະ​ສາດ APEC  ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ທີ່​ມີ​ຄຸນ​ນະພາ​ບ“ ​ແລະ “ຂອບ​ເຂດ​ຮ່ວມ​ມື APEC  ກ່ຽວ​ກັບ​ການ​ບໍລິການ“.

ສັບປະດາ​ຂັ້ນ​ສູງ APEC 23 ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບງາມ. ອັນ​ໄດ້​ສົ່ງ​ສານ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ສະມາຊິກ​ໃນ​ການ​ກໍ່ສ້າງ​ບັນດາ​ພື້ນຖານ​ເສດຖະກິດ​ໃຫ້​ເຕີບ​ໂຕ​ຢ່າງ​ໝັ້ນຄົງ, ​ໄປ​ທົ່ວ, ​ເພື່ອ​ອາຊີ - ປາຊີ​ຟິກ ມີ​ສະຖຽນ​ລະ​ພາບ, ຍຸຕິ​ທຳ, ສະໜິດ​ຕິດ​ພັນ ​ແລະ ວັດທະນາ​ຖາວອນ ​ແລະ ປະກອບສ່ວນ​ຍົກ​ APEC  ​ໃຫ້​ເປັນ​ເວທີ​ປາ​ໄສ “​ເພື່ອ​ການ​ພັດທະນາ“. ສັບປະດາ​ຂັ້ນ​ສູງ APEC ຄັ້ງ​ທີ 24 ຈະ​ຖືກ​ຈັດ​ຕັ້ງ​ຢູ່  ​ເປຣູ ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ