ກອງປະຊຸມຂໍ້ລິເລີ່ມກະສິກຳແລະສະບຽງອາຫານອາຊີຄັ້ງທີ3

ກອງປະຊຸມຂໍ້ລິເລີ່ມກະສິກຳແລະສະບຽງອາຫານອາຊີຄັ້ງທີ3 - ảnh 1


(vovworld) - ກອງປະຊຸມຂໍ້ລິເລີ່ມກະສິກຳແລະສະບຽງອາຫານອາຊີຄັ້ງທີ3ດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 23/4 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງ 13 ປະເທດສະມາຊິກເຄືອຂ່າຍການຮ່ວມມືກະສິກຳ ແລະ ສະບຽງອາຫານ ອາຊີ, ບັນດາອົງການຈັດຕັ້ງສາກົນ ແລະ ຕ່າງປະ​ເທດ. ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ສະມາຊິກ ​ແບ່ງປັນ​ບົດຮຽນ, ຂໍ້​ລິ​ເລີ່​ມ ຊ່ວຍ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກະສິກຳ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ສ້າງ​ລາຍຮັບ​ໃຫ້​ແກ່​ຊາວ​ກະສິກອນ​ກໍ​ຄື​ການຄ້ຳ​ປະກັນ​ສະບຽງ​ອາຫານ. ທ່ານ ຫງວຽນ​ວັນ​ໂບ້, ຫົວຫນ້າ​ສະ​ຖາ​ບັນ​ວິທະຍາສາດ ​ແລະ ພັດທະນາ​ກະສິກຳ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ຈຸດປະສົງ​ຄັ້ງ​ນີ້ ​ເພື່ອ​ໂຄສະນາ​ບັນດາ​ພາບ​ພົດ, ຜົນງານ​ກ່ຽວ​ກັບ​ກະສິກຳ​ຂອງ​ຫວຽດນາມ, ​ແບ່ງປັນ​ບົດຮຽນ​ຂອງ​ຫວຽດນາມ​​ໃຫ້​ແກ່​ບັນດາ​ປະ​ເທດ. ກອງ​ປະ​ຊຸມ​ແມ່ນ​ການສະ​ແດງ​ໃຫ້​ເຫັນຄວາມພ້ອມ​ແລ້ວ​ໝູນ​ໃຊ້​ຄວາມ​ກ້າວຫນ້າ​ວິທະຍາສາດ​ເຕັກນິກ​ໃຫມ່​ພ້ອມ​ກັບ​ບັນດາ​ປະ​ເທດ​ພັດທະນາ​ອຸດສາະກຳ​ໃຫມ່ ​ເປັນ​ຕົ້ນ​ພາຍຫລັງ ຫວຽດນາມ ​ແລະ ບາງ​ປະ​ເທດ, ​ໃນ​ນັ້ນ ມີ ສ​ເກົາຫລີ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​.”

ຂ່າວ/ບົດ​ອື່ນ