ກອງປະຊຸມຂອງຄະນະຊີ້ນຳແຜນຮ່າງສັງລວມຫັນລະບຽບການບໍລິຫານເປັນງ່າຍດາຍ

ກອງປະຊຸມຂອງຄະນະຊີ້ນຳແຜນຮ່າງສັງລວມຫັນລະບຽບການບໍລິຫານເປັນງ່າຍດາຍ - ảnh 1
ກອງປະຊຸມໃນຕອນເຊົ້າວັນທີ 6/9
(ພາບ: VGP/Lê Sơn)

(vovworld) – ຕອນ​ເຊົ້າ​ວັນ​ທີ 6/9, ຢູ່ ຮ່າ​ໂນ​້ຍ, ຄະນະ​ຊີ້​ນຳ​ແຜນ​ຮ່າງ​ສັງ​ລວມຫັນ​ລະບຽບ​ການ​ບໍລິຫານ, ​ເອກະສານ​ຂອງ​ພົນລະ​ເມືອງ​ເປັນ​ງ່າຍດາຍ ​ແລະ ພື້ນຖານຂໍ້​ມູນທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ພົນລະ​ເມືອງ ​ໄລຍະ 2013 – 2020 (​ເອີ້ນ​ຫຍໍ້​ວ່າ​ຄະນະ​ຊີ້​ນຳ 896) ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເໜີ​ຕົວ ​ແລະ ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ເພື່ອ​ປຶກສາ​ຫາລື​ລະບຽບ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ. ວຽກ​ງານ​ຂອງ​ຄະນະ​ຊີ້ນ​ຳ​ປັບປຸງ​ພື້ນຖານ​ກົດໝາຍໃຫ້​ແກ່​ການ​ສະໜອງ​ຕົວ​​ເລກ​ກຳນົດ​ສ່ວນ​ບຸກຄົນ ​ແລະ ຂໍ້​ມູນ​ເອກະສານ​ແຫ່​ງຊາດ​ກ່ຽວ​ກັບ​ພົນລະ​ເມືອງເປັນລະບອບ, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​​​ຫັນ​​ລະບຽບ​ການ​ບໍລິຫານ, ​ເອກະສານ​ພົນລະ​ເມືອງ, ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ກວດກາຄືນ​ລະບຽບ​ການ​ບໍລິຫານ, ​ເອກະສານ​ພົນລະ​ເມືອງ ​ແລະ ຜັນ​ຂະຫຍາຍ​ບັນດາ​ມະຕິຂ​ອງລັດຖະບານ​ກ່ຽວ​ກັບ​ການ​ຫັນ​ລະບຽບ​ການ​ບໍລິຫານ​ເປັນ​ງ່າຍດາຍ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ແລ​້ວ, ​​​ເມື່ອຜັນ​ຂະ​ຫຍາ​ຍ​​ແຜນ​ຮ່າງ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ພົນລະ​ເມືອງ​ປະຕິບັດ​ບັນດາ​ລະບຽບ​ການ​ບໍລິຫານ​ຢ່າງງ່າຍດາຍ​ທີ່​ສຸດ.

        “ຈຸດປະສົງ​ໃຫຍ່​ສຸດ​ຂອງ​ບັນດາ​ອົງການ​​ແຫ່ງ​ລັດ​ແມ່ນ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ພົນລະ​ເມື​ອງ​ໃນ​ການ​​ແກ້​ໄຂ​ລະບຽບ​ການ​ບໍລິຫານ, ​ເອກະສານ​ຂອງ​ປະຊາຊົນ. ນີ້​ແມ່ນ​ບັນຫາ​ໃຫຍ່, ກ່ຽວ​ຂ້ອງ​ເຖິງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ດັ່ງ​ນັ້ນ​ຕ້ອງ​ມີ​ຄະນະ​ຊີ້​ນຳ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອ​ຜັນ​ຂະຫຍາຍ​ດ້ວຍ​ຄວາມ​ຮັບຜິດຊອບ​ແມ່ນ​ຕ້ອງປະຕິ​ຮູບ​ບໍລິຫານ​ເພື່ອ​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ປະຊາຊົນ. ນີ້​ແມ່ນ​ການ​ປະຕິວັດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ພົນລະ​ເມືອງ​ຢູ່ປະ​ເທດ​ເຮົາ​ຢ່າງ​ແທ້​ຈິງ. ນີ້​ກໍ່​ແມ່ນ​ປະຖົມ​ປັດ​​ໄຈ​ເພື່ອ​ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ ກໍ່​ຄື​ສ້າງ​​ເງື່ຶອນ​ໄຂ​ໃຫ້​ແກ່​ພົນລະ​ເມືອງ, ສົມ​ກັບ​ທຳນຽມ​ສາກົນ​ຄື​ບັນດາ​ປະ​ເທດ​ພັດທະນາ​ພວມ​ປະຕິບັດ”

        ຕາມ​ຄຳ​ຮຽກຮ້ອງ​ຂອງ​ແຜນ​ຮ່າງ​ແລ້ວ, ຮອດ​ໝົດປີ 2015 ຕ້ອງ​ສ້າງ​ສູນຮັກສາ​ຂໍ້​ມູນ​ເອກະສານ ​ແລະ ສ້າງ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ​ຢູ່​ຂັ້ນ​ຕາ​ແສງ​ໃນ​ທົ່ວ​ປະ​ເທດ. ຍອດ​ຈຳນວນ​ເງິນ​ລົງທຶນ​ຂອງ​ແຜນ​ຮ່າງ​ແມ່ນ​ປະມານ 3.500 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ