ກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການຫັນເປັນດີຈີຕອນ

(VOVWORLD) - ການຫັນເປັນດີຈີຕອນໄດ້ສວມບົດບາດສຳຄັນພິເສດໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຄຸນນະພາບການບໍລິການຮັບໃຊ້ປະຊາຊົນ.
ກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການຫັນເປັນດີຈີຕອນ - ảnh 1(ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳລັດຖະບານກ່ຽວກັບການຫັນເປັນດີຈີຕອນ ກັບລັດຖະມົນຕີ, ຫົວໜ້າຂະແໜງການ ແລະ ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງຈຳນວນໜຶ່ງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ການຫັນເປັນດີຈີຕອນໄດ້ສວມບົດບາດສຳຄັນພິເສດໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຍົກສູງຄຸນນະພາບການບໍລິການຮັບໃຊ້ປະຊາຊົນ.

        ເມື່ອເນັ້ນໜັກເຖິງເລື່ອງຊຸກຍູ້ການພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຜູ້ແທນປຶກສາຫາລື, ໄຈ້ແຍກ, ຕີລາຄາການປະຕິບັດບັນດານະໂຍບາຍກ່ຽວກັບການຫັນເປັນດີຈີຕອນໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນການສ້າງລັດຖະບານດີຈີຕອນ, ການພັດທະນາເສດຖະກິດດີຈີຕອນ, ຜັນຂະຫຍາຍແຜນຮ່າງ 06, ຈາກນັ້ນ, ຖອດຖອນບົດຮຽນເພື່ອຍົກອອກມາດຕະການແກ້ໄຂຈຸດສຸມ ແລະ ບັນດາຂອດສ້າງຄວາມບຸກທະລຸໃນໄລຍະຈະມາເຖິງ.

        ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

        “ທີ 1, ຕ້ອງພັດທະນາແຫຼ່ງຊັບພະຍາກອນດີຈີຕອນ, ພົນລະເມືອງດີຈີຕອນ, ທັກສະດີຈີຕອນ, ຄວາມເກັ່ງກ້າສາມາດດີຈີຕອນ; ທີ 2 ແມ່ນ, ພວກເຮົາຕ້ອງໃຫ້ບຸລິມະສິດແຫຼ່ງກຳລັງຫັນເປັນດີຈີຕອນໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ມະນຸດດີຈີຕອນ, ລັດຖະບານດີຈີຕອນ; ທີ 3 ແມ່ນຕ້ອງພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງຄົບຊຸດ, ສອດຄ່ອງ, ປະຢັດ, ມີປະສິດທິຜົນ; ທີ 4 ແມ່ນ, ຕ້ອງຫັນການຄຸ້ມຄອງບໍລິຫານເປັນດີຈີຕອນ ແລະ ນຳໃຊ້ປັນຍາປະດິດ. ທີ 5 ແມ່ນ, ຕ້ອງຮີບເຮັ່ງສ້າງກົນໄກ, ນະໂຍບາຍ, ລະບອບລະບຽບການໃຫ້ແກ່ການຫັນເປັນດີຈີຕອນໃຫ້ສົມບູນແບບ ຕາມທິດເພີ່ມທະວີການຈັດແບ່ງຂັ້ນ, ຈັດແບ່ງສິດ, ເສີມຂະຫຍາຍລັກສະນະປະດິດຄິດສ້າງ, ເປັນເຈົ້າການ”.

        ທີ່ກອງປະຊຸມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນຢູ່ ຫວຽດນາມ ສືບຕໍ່ພັດທະນາຢ່າງແຮງ. ມີຫຼາຍອົງການສາກົນໄດ້ຕີລາຄາສູງໝາກຜົນການຫັນເປັນດີຈີຕອນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ