ກອງ​ປະຊຸມ​ຂ​ອງສປຊ ຕໍ່​ກຳນົດ​ເວລາ​ໃຫ້​ອະນຸ ​ສັນຍາ​ກຽວ​ໂຕ

ກອງ​ປະຊຸມ​ຂ​ອງສປຊ ຕໍ່​ກຳນົດ​ເວລາ​ໃຫ້​ອະນຸ ​ສັນຍາ​ກຽວ​ໂຕ - ảnh 1

(ພາບ:vietnamplus.vn)

(VOV)-  ພາຍ​ຫຼັງ​ໄດ້​ດຳ​ເນີນ​ການ​ໂຕ້​ວາທີ​ຢ່າງ​​ແຮງ​ໃນ​​ເວລາ 2 ອາທິດ, ​​ວັນ​ທີ 8/12, ກອງ​ປະຊຸມ​ຄັ້ງທີ 18,​ ສົນທິສັນຍາ​ແມ່ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP-18) ​ໄດ້​ອັດ​ລົງ​ຢູ່​ນະ​ນະ​ຫຼວງ​ໂດ​ຮາ ປະ​ເທດ​ກາ​ຕາ ດ້ວຍ​ຄຳໝັ້ນສັນຍາ​ຕໍ່​ກຳນົດ​ເວລາ​ໃຫ້​ອະນຸ​ສັນຍາ​ກຽວ​ໂຕ ຮອດ​ປີ 2020. ຕາມ​ຂໍ້​ໃຫ້​ສັງ​ເກດ​ຂອງ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ໄຊຊະນະ​ນີ້​ຖືກ​ຖື​ວ່າ​ມີ​ລັກສະນະ​ສັນຍາ​ລັກ​ສຳລັບ​ຄວາມ​ມານະ​ພະຍາຍາມ​ຂອງ​ໂລກກ່ຽວ​ກັບ​ການການຕ້ານ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ໝາກຜົນ​ນີ້​ຂອງ​ກອງ​ປະຊຸມ​ຖືກ​ຖື​ວ່າ​ແມ່ນ​ບາດກ້າວ​ເດີນ​ສຳຄັນ ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ສາກົນ​ສະບັບ​ໃໝ່ຂອງ ສປຊ. ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຕີ​ລາຄາ​ວ່າ: ນີ້​ແມ່ນ​ບາດກ້າວ​ເດີນ​ສຳຄັນ​ທຳ​ອິດ ​ແຕ່​ທ່ານ​ຍັງ​ເນັ້ນໜັກ​ວ່າ ​ໂລກ​ຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ຕ້ອງ​ປະຕິບັດ.

   ກ່ຽວ​ກັບ​ເລື່ອງ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ປະ​ເທດ​ທຸກ​ຍາກ ​ເພື່ອ​ຮັບ​ມື​ກັບ​ສະພາບການ​ໜ່ວຍ​ໂລກອຸ່ນ​ຂຶ້ນ​ ແລະ ຫັນປ່ຽນ​ໄປ​ພື້ນຖານ​ເສດຖະກິດ​ນຳ​ໃຊ້​ບັນດາ​ພະລັງ​ຜະລິດ​ຄືນ​ໃໝ່, ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ​ນັ້ນ, ບັນດາ​ປະ​ເທດ​ອາ​ເມ​ລິ​ກາ, ອັງ​ກິດ, ​ເຢຍລະ​ມັນ, ຝະລັ່ງ, ຊູ​ແອດ…​ໃຫ້​ຄຳໝັ້ນສັນຍາ​ສືບ​ຕໍ່​ອຸປະຖຳ​ໃຫ້​ແກ່​ບັນດາ​ປະ​ເທດ​ທຸກ​ຍາກ ​ແຕ່​ບໍ່​ຍົກ​ອອກ​ຈຳນວນ​ເງິນ​ລະອຽດ​ເທື່ອ.

 

ຂ່າວ/ບົດ​ອື່ນ