ກອງປະຊຸມຂະແໜງອຸດສາຫະກຳແລະການຄ້າ6ແຂວງທິດເໜືອພາກກາງ2015

ກອງປະຊຸມຂະແໜງອຸດສາຫະກຳແລະການຄ້າ6ແຂວງທິດເໜືອພາກກາງ2015 - ảnh 1
ບັນດາວິສາຫະກິດແຂວງກວາງຈີ້ ສົ່ງເສີມການຄ້າ
ໂຄສະນາຜະລິດຕະພັນ
(ພາບ: VGP/Minh Trang

(vovworld) - ​ໃນ​ຂອບ​ເຂດ​​ໂຄງການ​ສົ່ງ​ເສີມ​ການ​ຄ້າຂົວເຊື່ອມ​ຕໍ່​ຂ້າ​ມອາຊີ ປີ 2015 ຖືກດຳ​ເນີນ​ຢູ່​ນະຄອນ ດົງ​ຮ່າ, ​ແຂວງ​ ກວາງ​ຈີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ສົມທົບ​ກັບຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ຈັດ​ຕັ້ງ​ກອງ​ປະຊຸມຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ 6 ​ແຂວງ​ທິດ​ເໜືອ​ພາກ​ກາງ​ປີ 2015, ຈາກ​ແຂວງ ​ແທງ​ຮ໋ວາ ​ເຖິງ​ແຂວງ ​ເທື່ອ​ທຽນ​ເຫ້ວ. ຜະລິດ​ຕະພັນ​ອຸດສາຫະກຳ​ຕົ້ນຕໍ​ຂອງ​ເຂດ​ແມ່ນ ນ້ຳຕານ, ​ເບ​ຍ, ​ແປ້ງມັນ​ຕົ້ນ, ຊີມັງ, ນ້ຳນົມ​… ຍອດ​ມູນ​ຄ່າການ​ຜະລິດ​ອຸດສາຫະກຳ​ໃນ 6 ​ເດືອນ​ຕົ້ນ​ປີສາ​ມາດ​ບັນລຸ​ເກືອບ 76.000 ຕື້​ດົ່ງ, ​ເພີ່​ມຂຶ້ນ​ກ່ວາ 13% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2014. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ 6 ​ແຂວງ​ທິດ​ເໜືອ​ພາກ​ກາງ​ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ການ​ຄ້າ​ກັບ​ບັນດາ​ປະ​ເທດ ລາວ, ​ໄທ, ມຽນມາ ​ແລະ ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ ຜ່ານ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-​ຕາວັນ​ຕົກ. ທີ່​ກອງ​ປະຊຸມ, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື, ສະ​ເໜີ​ບັນດາ​ມາດ​ຕະການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ນຳ​ມູນ​ຄ່າ​ການ​ຜະລິດ​ອຸດ​ສາ​ຫະກຳ ​ແລະ ການ​ຄ້າ, ການ​ບໍລິການ​ທົ່ວ​ເຂດ​ເພີ່ມ​ຂຶ້ນ​ສູງ​ແຕ່​ນີ້ຮອດ​ທ້າຍ​ປີ.

ຂ່າວ/ບົດ​ອື່ນ