ກອງປະຊຸມຂ່າວ ກ່ຽວກັບໝາກຜົນ ຂອງຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ COP 17

ຫວຽດນາມ ຮ່ວມ​ມື​ກັບປະ​ຊາ​ຄົມ​ໂລກ​​ເພີ່​ອຮັບ​ມືຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທົ່ວ​ໂລກ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ ຫວຽດນາມ​ ຢູ່​ທີ່ກອງ​ປະຊຸມ​ຄັ້ງ​ທີ່ 17 ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​​ອາກາດ ( COP 17), ກອງ​ປະຊຸມ​ຄັ້ງ​ທີ 7 ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ສົນທິສັນຍາ Kyoto ( CMP 7), ​ເຊິ່ງດຳ​ເນີນ​ໄປ​​ແຕ່​ວັນ​ທີ 28 ພະຈິກ ຫາ 11 ທັນວາ ຢູ່​ນະຄອນ ດູບານ ປະ​ເທດ ອາ​ເມ​ລິ​ກາ​ໃຕ້. ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຍຽດນາມ ​ເຈີ​ນຮົ່ງຮ່າ ​ໄດ້​​ແຈ້ງ​ໃຫ້​ຊາບຄື​​ດັ່ງກ່າວ​ໃນ​ກອງປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ 2 ຄັ້ງ​​​ໃນ​ວັນ​ທີ່ 15 ທັນວາ ຢູ່​ຮ່າ​ໂນ້ຍນີ້. ທ່ານ ເຈີ​ນຮົ່ງຮ່າ ຮອງ​ລັດຖະມົນຕີ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ໄດ້​ມີ​ບົດ​ກ່າວ​ປາ​​ໄສຢູ່​ທີ່​​ເວລະປະຊຸມ​ຂັ້ນ​ສູງ​ຂອງກອງ​ປະຊຸມ. ບົດ​ກ່າວ​ປາ​​ໄສ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກຜູ້​ແທນ​ສາກົນ​ຫຼາຍ​ທ່ານ.
ທ່ານ​ຮອງ​ລັດຖະມົນ​ຕີ ເຈີ​ນຮົ່ງຮ່າ  ກໍ່​ໃຫ້​ຮູ້​ວ່າໂຄງການ​ສິ່ງ​​ແວດ​ລ້ອມ ສປຊ ( UNDP ) ​ໄດ້​ກ່ຽມພ້ອມ​ໃຫ້ການ​ຊ່ວຍ​ເຫຼືອລ້າ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​​ເພື່ອຊ່ວຍ ຫວຽດນາມ ຜັນ​ຂະຫຍາຍ​ດ້ານລະບຽບ​ກະ​ກ່ຽມສ້າງ​​ແຈ້ງການແຫ່ງ​ຊາດຄັ້ງ​ທີ່ 3 ​ໃຫ້​ແກ່​ສົນທິສັນຍາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ​ກາດ​ໃນ​ຕົ້ນ​ປີ 2012.

“ ​ນັບ​ແຕ່​ຫົວທີ່​ທະນາຄານ​ໂລກ ​ແລະ ​ໂຄງການ​ສິ່ງ​ແວດ​ລ້ອມ ສປຊ ( UNDP ) ​ໄດ້​ຈັດ​ການຝຶກ​ອົບ​ຮົມ​ໃຫ້​ແກ່​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ ຫວຽດນາມ ຍົກ​ສູງ​ກຳລັງ, ຄວາມ​ສາມາດ​​ໃນ​ການເຈລະຈາ ​ແລະ ບັນດາ​ຂໍ້​ມູນ​ຂ່າວ​ສານທີ່​ກ່ຽວຂ້ອງ. ​ໃນ​ກອງ​ປະຊຸມ UNDP ​ໄດ້​ເຊີນ​ບັນດາ​ສຳນັກງານ, ອົງການ​ທີ່​ບໍ່​ຂື້ນ​ກັບ​ລັດຖະບານ, ​ໃນ​ນັ້ນ​ມີ ຫວຽດນາມ ​ເພື່ອ​ແລກປ່ຽນ​ບົດຮຽນ. ອາດ​ຈະເວົ້າ​ໄດ້​ວ່າ, ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້ຣັບການຊ່ວຍ​ເຫຼືອ​ຈາກທະນາຄານ​ໂລກ, UNDP, ​ອົງການ​ຕ່າງໆ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ. ບັນດາ​ຄະນະ​ຜູ້​ແທນ​ຂອງ​ລັດຖະບານ​ອື່ນ​ໆ​ກໍ່ພ້ອມ​ກັບ ຫວຽ​ດນາມ ​ແບ​່ງປັນ​ບົດຮຽນ, ສະໜັບສະໜູນ ຫວຽດນາມ ​ໃນ​ບັນຫາ​ຕ່າງໆ​ທີ່ ຫວຽດນາມ​ ໄດ້​ຍົກ​ອອກ​ມາ ” .
ຂ່າວ/ບົດ​ອື່ນ