ກອງປະຊຸມຂ່າວສາກົນສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັດຊາດທີ2ກັນຍາ

ກອງປະຊຸມຂ່າວສາກົນສະເຫຼີມສະຫຼອງ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັດຊາດທີ2ກັນຍາ - ảnh 1
ກອງປະຊຸມຂ່າວສາກົນສະເຫຼີມສະຫຼອງ 70 ປີ
ແຫ່ງວັນການປະຕິວັດເດືອນສິງຫາແລະວັດຊາດທີ 2 ກັນຍາ
(ພາບ: QĐND)


​​(vovworld) - ຄະນະ​ຈັດ​ຕັ້ງ​ລະດັບ​ຊາດກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ໃນ 2 ປີ 2014 – 2015 ​ໄດ້​ຈັດ​ກອງ​ປະຊຸມ​ຂ່າ​ວ ​​​ເພື່ອ​ໂຄສະນາ​ເຖິງ​ບັນດາ​ອົງການ​ສ່ື​ມວນ​ຊົນພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ການປະຕິວັດ​ເດືອນ​ສິງຫາ (19/08/1945 – 19/08/2015) ​ແລະ ວັນຊາດ​ທີ 2 ກັນ​ຍາ (02/09/1945 – 02/09/2015). ຕາມ​ນັ້ນ​ແລ້ວ, ​ເລື່ອງ​ຈັດ​ຕັ້ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນ​ຍາ ​ແມ່ນ​ເພື່ອ​ແນ​ໃສ່​ຢັ້ງ​ຢັນ ບົດບາດ, ທີ່​ຕັ້ງອັນ​ຍິ່ງ​ໃຫຍ່, ຄຸນ​ຄ່າ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ການກຳ​ເນີ​ດຂອງ​ປະ​ເທດ​ສາທາລະນະ​ລັດປະຊາ​ທິປະ​ໄຕ​​ຫວຽດນາມ ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່​ສູ້ເພື່ອສ້າງສາ ​ແລະ ປົກ​ປັກ​ຮັກສາ​ຂອງ​ຊາດ​ຫວຽດນາມ. ທ່ານ​ບຸ​ຍ​ເທີ໋ດຶກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ,​ ​ໃຫ້​ຮູ້​ວ່າ.

        “ພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນ​ຍາ ມີ​ຄວາມ​ໝາຍ​ອັນ​ຍິ່ງໃຫຍ່​. ປີ 1945, ​ໃນ​ຄາວ​ນັ້ນ​ພັກ​ມີ​ສະມາຊິກ​ພຽງ 5​.000 ຄົນ​ເທົ່າ​ນັ້ນ ​​ໄດ້​ຮັບ​ການປະຕິວັດ ສ້າງ​ຕັ້ງ​ລັດ​ກຳມະກອນ - ຊາວນາ ລັດ​ທຳ​ອິດ​ຢູ່​ພາກ​ພື້ນ​ອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫວຽດນາມ ​ໄດ້​ດຳ​ເນີນ​ກິດຈະ​ການ​ປ່ຽນ​​​ແປງ​ໃໝ່​ມາ​​ເປັນ​ເວລາ​ເກືອບ 30 ປີ ​ແລະ ບັນດາ​ລຸ​ໄດ້​ບັນດາ​ຜົນງານ​ດ້ານ​ເສດຖະກິດ​ຢ່າງ​ໃຫຍ່ຫຼວງ”.
ຂ່າວ/ບົດ​ອື່ນ