ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການປະຕິຮູບຕຸລະການສູນກາງ

ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການປະຕິຮູບຕຸລະການສູນກາງ - ảnh 1
(ກອງປະຊຸມຄັ້ງທີ 1 ຄະນະຊີ້ນຳການປະຕິຮູບຕຸລະການສູນກາງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 17/09 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໄດ້​ຈັດ​ກອ​ງ​ປະ​ຊຸມ​ຄັ້ງ​ທີ 1, ປຶກ​ສາ​ຫາ​ລື, ໃຫ້​ຄ​ຳ​ເຫັນ​ກ່ຽວ​ກັບ​ກົດ​ລະ​ບຽບ​ການ​ເຮັດ​ວຽກ​ຂອງ​ ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ອາ​ຍຸ​ການ 2016 – 2021 ແລະ ໜ້າ​ທີ່​ຈຸດ​ສຸມ​ໃນ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ໄລ​ຍະ 2016 – 2020. ກ່າ​ວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ຫົວ​ໜ້າຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໃຫ້​ຮູ້​ວ່າ, ໃນ​ຕໍ່​ໜ້າຕ້ອງ​ກຳ​ແໜ້ນ​ບັນ​ດາ​ໜ້າ​ທີ່​ຈຸ​ດ​ສຸມ​ຄື: ຕັ້ງ​​ໜ້າ​ຊີ້​ນຳ​ການ​ສຳ​ຫຼວດກວດ​ກາ, ຄົ້ມ​ຄວ້າ, ປັບ​ປຸງ, ເພີ່ມ​ເຕີ່ມ​ປະ​ມວນກົດ​ໝາຍ​ອາ​ຍາ ແລະ ສ້າງ​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ປະ​ມວນ​ກົດ​ໝາຍ, ກົດ​ໝາຍ​ກ່ຽວ​ກັບ​ການການ​ດຳ​ເນີນ​ຄະ​ດີ​ສະ​ບັບ​ໃໝ່ ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ຫາກໍ່​ຮັບ​ຮອງ​ເອົາ; ຮີບ​ເຮັ່ງປະ​ຕິ​ບັດ​ສຳ​ເລັດການ​ຈັດ​ຕັ້ງ, ຊັບ​ຊ້ອນ​ກົງ​ຈັກ​ບັນ​ດາ​ອົງ​ການ​ທີ່​ໄ​ດ້​ຮັບ​ມອບ​ໝາຍ​ໜ້າ​ທີ່​ປະ​ຕ​ິ​ບັດ​ການ​ເຄື່ອນ​ໄຫວ​​ຕຸ​ລາ​ການ​; ປະ​ຕິ​ບັດ​ການ​ຈັດ​ແບ່ງ​ໜ້າ​ທີ່​ໃຫ້​ເປັນ​ຢ່າງ​ດີ, ສົມ​ທົບ​ກັນ ແລະ ກວດກ​າ​ລະ​ຫວ່າງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ໃນ​ການ​ປະ​ຕິ​ບັດ, ໜ້າ​ທີ່​ທ​ີ່​ໄດ້​ຮັບ​ມອບ​ໝາຍ…

        ທີ່ກອງ​ປະ​ຊຸມ, ສະ​ມາ​ຊິກ​ຄະ​ນະ​ຊີ້​ນຳ​ໄດ້​ປຶກ​ສ​າ​ຫາ​ລື, ໃຫ້​ຄຳ​ເຫັນ​ໃສ່​ກົດ​ລະ​ບຽບ​ການ​ເຮັດ​ວຽກ​ຂອງຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງອາ​ຍຸ​ການ 2016 – 2021 ແລະ ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ວຽກ​ງານ​ປະ​ຕ​ິ​ຮູບ​ຕຸ​ລາ​ການ​ໄລ​ຍະ 2016 – 2020.

ຂ່າວ/ບົດ​ອື່ນ