ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນຫວຽດນາມ 2020

(VOVWORLD) -ວັດທະນະທຳ - ສັງຄົມແມ່ນພື້ນຖານເພື່ອຕິດພັນ, ມຸ່ງໄປເຖິງເປົ້າໝາຍກວມລວມທີ່ສຸດ, ນັ້ນແມ່ນ ປະຊາຊົນອາຊຽນ ໄດ້ຊົມໃຊ້ຫຍັງແດ່ໃນປີ 2020

ກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນຫວຽດນາມ 2020 - ảnh 1ທີ່ກອງປະຊຸມ

(ພາບ: hcmcpv.org.vn)

ຕອນເຊົ້າວັນທີ 07 ມັງກອນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 1 ເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ, ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງປີອາຊຽນ ຫວຽດນາມ 2020 ແລະ ຂໍ້ລິເລີ່ມຂອງປະຊາຄົມວັດທະນະທຳ - ສັງຄົມ. ທ່ານລັດຖະມົນຕີ ດ່າວງອັກຢູງ, ຫົວໜ້າຄະນະຈັດຕັ້ງອາຊຽນ 2020 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ເນັ້ນໜັກວ່າ, ວັດທະນະທຳ - ສັງຄົມແມ່ນພື້ນຖານເພື່ອຕິດພັນ, ມຸ່ງໄປເຖິງເປົ້າໝາຍກວມລວມທີ່ສຸດ, ນັ້ນແມ່ນ ປະຊາຊົນອາຊຽນ ໄດ້ຊົມໃຊ້ຫຍັງແດ່ໃນປີ 2020; ພ້ອມທັງເສີມຂະຫຍາຍສີສັນຂອງບັນດາປະເທດອາຊຽນ ແລະ ບັນດາປະເທດອາຊຽນ ເຂົ້າຮ່ວມປີ ຫວຽດນາມ ເປັນປະທານ ດ້ວຍຄວາມສະໝັກໃຈ.

          ຄາດວ່າ, ເສົາຄ້ຳວັດທະນະທຳ - ສັງຄົມ ມີ 4 ບຸລິມະສິດ, ເຊື່ອມຕໍ່ພາກພື້ນ; ຮັບມື, ນຳໃຊ້ກາລະໂອກາດສ້າງຖະແຫຼງການກ່ຽວກັບການພັດທະນາແຫຼ່ງຊັບພະນາກອນມະນຸດໃນໂລກທີ່ຂົງເຂດວຽກງານພວມປ່ຽນແປງ; ຊຸກຍູ້ສະຕິປະຊາຄົມ ແລະ ສີສັນອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ຍົກສູງກຳລັງຄວາມສາມາດຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງອາຊຽນ. ບັນດາການເຄື່ອນໄຫວປີ 2020 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ລວມມີ 33 ການເຄື່ອນໄຫວ, ເຊິ່ງໄດ້ປະຕິບັດໃນທັງປີ ແລະ ມີຄວາມດຸນດ່ຽງ ບົນພື້ນຖານການເຄື່ອນໄຫວລວມຂອງຄະນະກຳມະການແຫ່ງຊາດອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ