ກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ ຊຸດທີ XV ດຳເນີນ ແຕ່ວັນທີ 14 – 26 ເມສາ

(VOVWORLD) -ວັນທີ 13 ເມສານີ້, ຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ, ກອງປະຊຸມຄັ້ງທີ 10 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນວັນທີ 14 ເມສານີ້ ແລະ ຄາດວ່າຈະປິດລົງໃນວັນທີ 26 ເມສາ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັກປ່ຽນກັນບໍລິຫານວາລະກອງປະຊຸມ.
ກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ ຊຸດທີ XV ດຳເນີນ ແຕ່ວັນທີ 14 – 26 ເມສາ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດກອງປະຊຸມ 

    ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບການສ້າງກົດໝາຍ ແລະ ບັນດາບັນຫາເສດຖະກິດ - ສັງຄົມ; ໃຫ້ຄຳເຫັນກ່ຽວກັບຮ່າງ ໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດໃນປີ 2023; ລາຍງານ ໝາກຜົນການຕິດຕາມກວດກາຕາມຫົວຂໍ້ “ການປະຕິບັດນະໂຍບາຍ ແລະ ກົດໝາຍກ່ຽວກັບວຽກງານວາງແຜນກຳນົດ ນັບແຕ່ກົດໝາຍວ່າດ້ວຍແຜນການມີຜົນສັກສິດ…..

     ຄະນະປະຈຳສະພາແຫ່ງຊາດຍັງຈະປະກອບຄຳເຫັນໃສ່ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ; ພິຈາລະນາ, ຕົກລົງ ຈໍານວນ ສະມາຊິກຂອງຄະນະກໍາມະການໄອຍະການ ອົງການໄອຍະການປະຊາຊົນສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ