ກອງປະຊຸມຄັ້ງທີ 11 ຂອງຄະນະປະຈຳສະພາ ແຫ່ງຊາດຈະໄຂຂຶ້ນໃນວັນທີ 12/9

ກອງປະຊຸມຄັ້ງທີ 11 ຂອງຄະນະປະຈຳສະພາ ແຫ່ງຊາດຈະໄຂຂຶ້ນໃນວັນທີ 12/9 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 10 ຂອງ​ຄະນະປະຈຳ​​ສະພາ​ແຫ່ງ​ຊາດ
(ພາບປະກອບ)

(vovworld) -     ກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະປະຈຳ​​ສະພາ​ແຫ່ງ​ຊາດຊຸດ​ທີ 13 ຈະ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 12/9/2012 ​ແລະ ຈະ​ດຳ​ເນີນ​​ໄປເປັນ 2 ຄັ້ງ: ຄັ້ງ​ທີ່​ໜຶ່ງ​ແຕ່​ວັນ​ທີ 12 – 19/9/2012 ​ແລະ ຄັ້ງ​ທີ 2 ​ແຕ່​ວັນ​ທີ 24 – 26/9/2012. ຕາມ​ລາຍການ​ຂອງກອງ​ປະຊຸມ​, ​ຄະນະປະຈຳ​​ສະພາ​ແຫ່ງ​ຊາດຈະ​ໃຫ້​ຄ​ຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າງຂັ້ນ​ຕອນ, ລະບຽບ​ການ, ວິທີ​ການ​ປະຕິບັດ​ການຮັບ​ເອົາ​ບັດ​ໄວ້​ວາງ​​ໃຈ​ຕໍ່​ຜູ້​ຮັກສາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ພ້ອມ​ກັນ​ນັ້ນ, ປຶກສາ​ຫາລືບົດ​ລາຍ​ງານ​ການ​ຕິດຕາມ​ກວດກາ​ການປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ທີ​່ດິນປຸກ​ສ້າງ, ດິນ​ເພື່ອ​ທຳ​ການຜະລິດ​ໃຫ້​ແກ່​ປະຊາຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ປະຕິບັດ​ນະ​​ໂຍບາຍ, ກົດໝາຍ​ກ່ຽວ​ກັບການ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທ​ຸກຂອງ​ພົນລະ​ເມືອງ​ທີ່​ມີຕໍ່​ບັນ​ດາ​ຂໍ້​ຕົກລົງ​ດ້ານບໍລິຫານກ່ຽວ​ກັບ​ທີ່​ດິນ.

ຄະນະປະຈຳ​​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​​ຕໍ່ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການປະຕິບັດ​ ກົດໝາຍວ່າ​ດ້ວຍ​ປະຕິບັດ​ການ​ປະ​ຍັດ, ຕ້ານ​ການ​ຟຸມ​ເຟືອຍປີ 2012; ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ປີ 2012. ບາງ​ເນື້ອ​ໃນ​ທີ່​ສຳຄັນ​ອື່ນໆ ຄື ​ແຜນການ​ກວດ​ສອບ​ບັນຊີ​ປີ 2013, ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ກໍ​ໄດ້​ຍົກ​ອອກ​ມາ​ເພື່ອ​ປຶກສາ​ຫາລື.

ຂ່າວ/ບົດ​ອື່ນ