ກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ: ກວດກາ, ປັບປຸງບັນດາກົດໝາຍກ່ຽວຂ້ອງເຖິວກົດໝາຍວ່າດ້ວຍການວາງແຜນຜັງ

(VOVWORLD) - ຕາມໂຄງການເຮັດວຽກທີ່ກອງປະຊຸມຄັ້ງທີ 14, ຕອນເຊົ້າວັນທີ 18 ກັນຍາ, ບັນດາກຳມະການຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການວາງແຜນຜັງ. 
ກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ: ກວດກາ, ປັບປຸງບັນດາກົດໝາຍກ່ຽວຂ້ອງເຖິວກົດໝາຍວ່າດ້ວຍການວາງແຜນຜັງ - ảnh 1 ກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາແຫ່ງຊາດ ຊຸດທີ 14

ຮ່າງກົດໝາຍວ່າດ້ວຍການວາງແຜນຜັງ ໄດ້ຮັບການພິຈາລະນາ, ປະກອບຄຳເຫັນທີ່ກອງປະຊຸມສະໄໝສາມັນສະພາແຫ່ງຊາດຄັ້ງທີ 2 ແລະ 3, ຮ່າງກົດໝາຍໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງກອບກົດໝາຍໂດຍພື້ນຖານ, ປັບປຸງລວມໃຫ້ວຽກງານວາງແຜງຜັງ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອຮັບປະກັນລັກສະນະເປັນໄປໄດ້ຂອງຮ່າງກົດໝາຍ, ຈຳເປັນຕ້ອງມີການປັບປຸງບັນດາກົດໝາຍກ່ຽວຂ້ອງ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບກັນ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ການປະກາດໃຊ້ກົດໝາຍສະບັບນີ້ ມີລັກສະນະກະໂດດຂັ້ນ, ຍາວນານ, ແກ້ໄຂການວາງແຜນຜັງແບບກະແຈກກະຈາຍ, ກົດໝາຍສະບັບໃດກໍ່ມີແຜນຜັງ, ກະຊວງໃດກໍ່ຕ້ອງປະຕິບັດການວາງແຜນຜັງ. ມີຄຳເຫັນແຕກຕ່າງກັນແມ່ນບໍ່ສາມາດຫຼິກລ້ຽງໄດ້, ຍ້ອນກ່ຽວຂ້ອງເຖິງຫຼາຍກະຊວງ, ຂະແໜງການຄຸ້ມຄອງ, ນອນໃນກົດໝາຍສະເພາະຂະແໜງຫຼາຍສະບັບ. ທ່ານນາງ ຫງວຽນທິກິມເງິນ ໄດ້ຮຽກຮ້ອງປັບປຸງຮ່າງກົດໝາຍນີ້ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນຄັ້ງທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ