ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີິ້ນຳສູນກາງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມຄັ້ງທີ 16 ເພື່ອສຳຫຼວດກວດຄືນ, ຕີລາຄາໝາກຜົນການເຄື່ອນໄຫວໃນ 6 ເດືອນຕົ້ນປີ 2019 ແລະ ວາງອອກໜ້າທີ່ຈຸດສຸມຂອງວຽກງານໃນຊຸມເດືອນທ້າຍປີ 2019.

ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1 (ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ)

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫວຽນຟູຈ້ອງ - ຫົວໜ້າຄະນະຊີ້ນຳໄດ້ຊີ້ແຈ້ງວ່າ ຫາງສຽງພະນັກງານ, ສະມາຊິກພັກ ແລະ ມະຫາຊົນ ແມ່ນມີຄວາມປະຕິຊົມຊື່ນ, ຕີລາຄາສູງຕໍ່ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງພັກ ແລະ ລັດ ໃນໄລຍະຜ່ານມາ, ຖືນີ້ແມ່ນປັດໃຈເພື່ອສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ຕໍ່ລະບອບຕື່ມອີກ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຟູຈ້ອງ, ໄດ້ຮຽກຮ້ອງໃຫ້ຊີ້ນຳການແກ້ໄຂ, ສະກັດກັ້ນສະພາບ “ສໍ້ລາດບັງຫຼວງເລັກໆນ້ອຍໆ” ຢ່າງມີປະສິດທິຜົນ; ສ້າງການຫັນປ່ຽນຢ່າງແຮງ, ຄົບຊຸດກວ່າໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ… ສືບຕໍ່ຍູ້ແຮງ, ຍົກສູງປະສິດທິຜົນວຽກງານການສື່ຂ່າວ, ໂຄສະນາສຶກສາກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການສະມາຊິກ, ສື່ມວນຊົນ ແລະ ປະຊາຊົນ ໃນການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ