ກອງປະຊຸມຄັ້ງທີ 2 ກຸ່ມຊ່ຽວຊານ ADMM+ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພ

ກອງປະຊຸມຄັ້ງທີ 2 ກຸ່ມຊ່ຽວຊານ ADMM+ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພ  - ảnh 1
ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/8, ກອງ​ປະຊຸມ​ຄັ້ງ​ທີ 2 ກຸ່ມ​ຊ່ຽວຊານ ADMM+ (ຫຼື ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ) ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​​ໄພ (ຫຼື EWG – HADR), ​ໂດຍ​ຫວຽດນາມ ​ແລະ ຈີນ ​ເປັນ​ເຈົ້າພາບ​​​ໄດ້​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ມີ​ພະນັກງານ​ນະ​ໂຍບາຍ ​ແລະ ນັກ​ຊ່ຽວຊານ​ໃນ​ຂົງ​ເຂດ EWG – HADR ທີ່ມາ​ຈາກ 18 ປະ​ເທດ​ສະມາຊິກ ADMM+ ​ແລະ ຜູ້ຕາງໜ້າ​ຄະນະ​ເລຂາ ອາ​ຊຽນ. ຈຸດໝາຍ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ແບ່ງປັນ​ວິຊາ​ການ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ HADR ລະຫວ່າງ​ບັນ​ດາ​ປະ​ເທດ​ສະມາຊິກ ADMM+. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ພົນ​​ໂທ Nguyen Chi Vinh, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​​ເນັ້ນໜັກ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຖືກ​ອງປະຊຸມ​ນີ້ ​ເປັນ​ສຳຄັນ, ກອງ​ປະຊຸມ​ນີ້ ບໍ່​ພຽງ​​ແຕ່​ແມ່ນ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້​ໄພ​ເທົ່າ​ນັ້ນ ຫາ​ກຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມປາດ​ຖະໜາ, ​ເຈດ​ຈຳນົງ​ໃນ​ການ​ຮ່ວມ​ມື, ສ້າງສາ​ສັນຕິພາບ, ພັດທະນາ ​ແລະ ສະຖຽນ​ລະ​ພາບ​ຂອງ​ທຸກໆປະ​ເທດ ອີກ​ດ້ວຍ. ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ໂຄງ​ປະກອບ ADMM+ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດຂອງ 18 ປະ​ເທດ ນັບ​ມື້​ນັບ​ສຳຄັນ.

 

ຂ່າວ/ບົດ​ອື່ນ