ກອງປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາ ແຫ່ງຊາດຊຸດທີ 13: ສະຫງວນເວລາສ່ວນຫຼາຍໃຫ້ວຽກງານສ້າງກົດໝາຍ

ກອງປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາ ແຫ່ງຊາດຊຸດທີ 13: ສະຫງວນເວລາສ່ວນຫຼາຍໃຫ້ວຽກງານສ້າງກົດໝາຍ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມຄັ້ງ​ທີ 24 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 13 – 15/01. ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ປີ 2014, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ໃ​ຫຍ່ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ບັນດາ​ຮ່າງ​ກົດໝາຍ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ບັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສາທາ​ລະນະ​ສຸກ; ກົ​ດໝາຍວ່າ​ດ້ວຍ​ການ​ສົມ​ລົດ ​ແລະ ຄອບຄົວ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ອອກ​ເມືອງ, ພັກຢູ່​ອາ​​ໄສຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ; ກົ​ດໝາຍວ່າ​ດ້​ວຍການ​ບັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍຄົມມະນາຄົມ​ທາງ​ນຳ້ພາ​ຍ​ໃນ​ປະ​ເທດ... ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່​ຂອງ​ກົດໝາຍ​ວ່າ​ດ​້ວຍການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປ​ັບປຸງ) ​ເພື່ອ​ຍື່ນ​ສະ​ເໜີ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ​ແລະ ຮ່າງປັບ​ໄໝ​ ກ່ຽວ​ກັບ​ລະບຽບ​ການພິຈາລະນາ, ຕົກລົງ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການລັດຖະບັນ​ຍັດບໍລິຫານ​ຢູ່​ສານ​ປະຊາຊົນ.

        ທີ່​ກອງ​ປະຊຸມ​ຄັ້ງນີ້, ຄາດ​ວ່າ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ຮັບຮອງ​ເອົາ​​​ໂຄງການ​ເຄື່ອນ​ໄຫວການ​ຕ່າງປະ​ເທ​ດປີ 2014 ຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ ​ແລະ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ຈັດ​ແບ່ງທຶນພັນທະບັດ​ລັດຖະບານ​ເພີ່ມ​ເຕີມ​ໄລຍະ 2014 – 2016.

ຂ່າວ/ບົດ​ອື່ນ