ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ ຈະຖືກໄຂຂຶ້ນໃນມໍ່ໆມານີ້

ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ ຈະຖືກໄຂຂຶ້ນໃນມໍ່ໆມານີ້ - ảnh 1
(ພາບປະກອບ)

(vovworld) - ​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຄາດ​ວ່າ​​ຈະໄຂ​ຂຶ້ນ​ໃນ​ວັນ​ທີ 10 – 04/03 ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍ່​ແມ່ນ​ວຽກ​ງານ​ສ້າງ​ກົດໝາຍ. ຄາດ​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ໃສ່​ບັນດາ​ຮ່າງ​ກົດໝາຍຄື: ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອາ​ສັງ​ຫາ​ລິ​ມະ​ຊັບ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍບັດປະຈຳຕົວ​ຂອງພົນລະ​ເມືອງ; ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງລັດ​ (ສະບັບ​ປັບປຸງ).... ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ຈັດ​ແບ່ງທຶນ​ພັນທະບັດ​ລັດຖະບານ ​ເພີ່ມ​ເຕີ່​ມ​ໄລຍະ 2014 – 2016 ​​ໃຫ້​ແກ່​ບັນດາໂຄງການ​ເຊິ່ງຄາດ​ວ່າ​ຈະ​ສ​ຳ​ເລັດ​ໃນ​ປີ 2014 – 2015; ການ​ປັບ​ປຸງ, ​ເພີ່ມ​ເຕີມ​ມະຕິ​ເລກທີ 35/ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ 13 ກ່ຽວ​ກັບການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ. ການ​ກະ​ກຽມ​ໃຫ້ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ກໍ່​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ເ​ຊິ່ງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ນີ້.

ຂ່າວ/ບົດ​ອື່ນ