ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ: ສຸມໃສ່ກະກຽມກອງປະຊຸມພິເສດຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ XV

(VOVWORLD) - ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງມະຕິ ກ່ຽວກັບບາງກົນໄກ, ນະໂຍບາຍສະເພາະ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ
ກອງປະຊຸມຄັ້ງທີ 29 ຂອງຄະນະປະຈຳສະພາແຫ່ງຊາດ: ສຸມໃສ່ກະກຽມກອງປະຊຸມພິເສດຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ XV - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ
(ພາບ:Doãn Tấn/TTXVN)

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມຄັ້ງທີ 29. ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງ ນີ້ແມ່ນກອງປະຊຸມປະຈຳ ຄັ້ງທຳອິດຊອງ ຄະນະປະຈຳສະພາແຫ່ງຊາດ ໃນປີ 2024 ດ້ວຍເນື້ອໃນຈຸດສຸມແມ່ນປະກອບຄຳເຫັນໃສ່ບັນດາເນື້ອໃນກະກຽມໃຫ້ແກ່ກອງປະຊຸມພິເສດຄັ້ງທີ 5 ຂອງສະພາແຫ່ງຊາດຊຸດທີ XV, ຄາດວ່າຈະໄຂຂຶ້ນໃນວັນທີ 15 ມັງກອນ ຈະມາເຖິງ.

ໂດຍຈັດຂຶ້ນເປັນເວລາ ໜຶ່ງມື້ເຄິ່ງ, ກອງປະຊຸມສະຫງວນເວລາສ່ວນຫຼາຍເພື່ອຮັບເອົາຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ)…

        ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນໃສ່ຮ່າງມະຕິ ກ່ຽວກັບບາງກົນໄກ, ນະໂຍບາຍສະເພາະ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ; ເລື່ອງເພີ່ມເຕີມແຜນການລົງທຶນສາທາລະນະໄລຍະກາງ ໂດຍການນຳໃຊ້ທຶນຈາກງົບປະມານສູນກາງ ໄລຍະ 2021 – 2025.

ກ່ອນໜ້ານັ້ນ, ສະພາແຫ່ງຊາດຊຸດທີ XV ໄດ້ປະກອບຄຳເຫັນທີ່ 3 ກອງປະຊຸມ, 5 ຄັ້ງທີ່ກອງປະຊຸມທາງການຂອງຄະນະປະຈຳສະພາແຫ່ງຊາດ, ປະກອບຄຳເຫັນ, ລາຍງານສະຫລຸບດ້ວຍເອກະສານ. ມາຮອດປະຈຸບັນ, ຮ່າງກົດໝາຍໄດ້ສ້າງສຳເລັດໂດຍພື້ນຖານ. ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບກັບລັດຖະບານ ຍືນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍທີ່ດິ (ສະບັບປັບປຸງ) ທີ່ກອງປະຊຸມພິເສດຄັ້ງທີ 5 ຈະມາເຖິງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ