ກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ

(VOVWORLD) -  ການສະຫຼຸບໄດ້ຊ່ວຍຊີ້ແຈ້ງບັນດາບົດຮຽນ, ບັນດາບັນຫາມີຄວາມໝາຍທິດສະດີ ແລະ ພຶດຕະກຳຕົວຈິງທີ່ສຳຄັນໃຫ້ແກ່ພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາປະເທດຊາດ
ກອງປະຊຸມຄັ້ງທີ 3 ຄະນະຊີ້ນຳການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ຫວຽດນາມ - ảnh 1(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນຊີ້ນຳກອງປະຊຸມ)

        ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ຄະນະຊີ້ນຳການສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທີ 3.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ການສະຫຼຸບໄດ້ຊ່ວຍຊີ້ແຈ້ງບັນດາບົດຮຽນ, ບັນດາບັນຫາມີຄວາມໝາຍທິດສະດີ ແລະ ພຶດຕະກຳຕົວຈິງທີ່ສຳຄັນໃຫ້ແກ່ພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່. ຕາມທ່ານປະທານປະເທດແລ້ວ, ຄະນະຊີ້ນຳຕ້ອງສືບຕໍ່ລະດົມການເຂົ້າຮ່ວມ, ເສີມຂະຫຍາຍພູມປັນຍາຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ພະນັກງານຄຸ້ມຄອງທີ່ມີປະສົບການຫຼາຍຢ່າງ, ປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດເຂົ້າໃນວຽກງານສະຫຼຸບ.

        “ຂ້າພະເຈົ້າສະເໜີຕ້ອງອີງໃສ່ໝາກຜົນການສະຫຼຸບ 8 ເນື້ອໃນ, ໂຄງຮ່າງກໍ່ໄດ້ຮັບເອົາຄຳເຫັນຊີ້ນຳ, ການປະກອບຄຳເຫັນຂອງກົມການເມືອງ ຂອງກອງປະຊຸມສູນກາງພັກຄັ້ງທີ 9 ຜ່ານມາ, ພວກເຮົາຕ້ອງສືບຕໍ່ຄົ້ນຄວ້າ, ລວບລວມ, ເພື່ອຕີລາຄາໂດຍສັງເຂບ, ຊັດເຈນ, ຄົບຖ້ວນກວ່າກ່ຽວກັບ: ສະພາບການໂລກ, ພາກພື້ນ ແລະ ຢູ່ພາຍໃນປະເທດທີ່ສົ່ງຜົນສະທ້ອນເຖິງວິວັດການ 40 ປີແຫ່ງການປ່ຽນແປງໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ