ກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ: ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບການຮັບປະກັນເສດຖະກິດມະຫາພາກ

(VOVWORLD) - ບົດລາຍງານຂອງລັດຖະບານຢັ້ງຢືນວ່າ ປີ 2023, ສະພາບການເສດຖະກິດ - ສັງຄົມໂດຍພື້ນຖານໄດ້ບັນລຸເປົ້າໝາຍສັງລວມທີ່ໄດ້ວາງອອກ ແລະ ບັນລຸໄດ້ຫຼາຍໝາກຜົນສຳຄັນໃນບັນດາຂົງເຂດ.
ກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ: ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຕິດພັນກັບການຮັບປະກັນເສດຖະກິດມະຫາພາກ - ảnh 1ທ່ານ ເຈີ່ນແທັງເໝີນ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ກ່າວຄຳເຫັນທີ່ພິທີໄຂ
(ພາບ: Nhan Sáng/TTXVN)

ຕອນເຊົ້າວັນທີ 13 ພຶດສະພາ, ທີ່ຫໍສະພາແຫ່ງຊາດ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 33 ຂອງຄະນະປະຈຳສະພາແຫ່ງຊາດ. ທີ່ການເຮັດວຽກໃນຕອນເຊົ້າວັນທີ 13 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023; ສະພາບການຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2024.

        ບົດລາຍງານຂອງລັດຖະບານຢັ້ງຢືນວ່າ ປີ 2023, ສະພາບການເສດຖະກິດ - ສັງຄົມໂດຍພື້ນຖານໄດ້ບັນລຸເປົ້າໝາຍສັງລວມທີ່ໄດ້ວາງອອກ ແລະ ບັນລຸໄດ້ຫຼາຍໝາກຜົນສຳຄັນໃນບັນດາຂົງເຂດ. 4 ເດືອນຕົ້ນປີ 2024, ການເຕີບໂຕເສດຖະກິດໄດ້ຮັບການຊຸກຍູ້, ຄວາມເປັນປົກກະຕິຂອງເສດຖະກິດມະຫາພາກໄດ້ຮັກສາໄວ້, ໄພເງິນເຟີ້ໄດ້ຄວບຄຸມ, ຄວາມດຸ່ນດຽນໃຫຍ່ໄດ້ຮັບການຮັບປະກັນ. GDP ໄຕມາດ I ຄາດວ່າບັນລຸ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງທີ່ສຸດໃນໄຕມາດ I ນັບແຕ່ປີ 2020 ແລະ ສູງກ່ວາແຜນການຂອງລັດຖະບານວາງອອກ. ກ່ຽວກັບທິດທາງ, ໜ້າທີ່, ມາດຕະການຈຸດສຸມໃນໄລຍະຈະມາເຖິງ, ລັດຖະບານສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕຢ່າງແຮງຕິດພັນກັບການຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ; ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຍູ້ໄວຄວາມຄືບໜ້າຂອງບັນດາໂຄງການຈຸດສຸມ, ສຳຄັນລະດັບຊາດ…

        ກໍ່ທີ່ການເຮັດວຽກໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ໃບສະເໜີຂອງລັດຖະບານກ່ຽວກັບການຈັດແບ່ງແຜນການລົງທຶນສາທາລະນະໄລຍະກາງ ດ້ວຍທຶນງົບປະມານໄລຍະ 2021 – 2025 ແລະ ແຜນການທຶນປີ 2024 ໃຫ້ບັນດາໜ້າທີ່, ໂຄງການນຳໃຊ້ແຫຼ່ງເພີ່ມລາຍຮັບງົບປະມານສູນກາງປີ 2022 ທີ່ໄດ້ປະຕິບັດສຳເລັດລະບຽບການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ